spot_img
Homeຂ່າວພາຍ​ໃນເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ໂຄງການຂຸດຄົ້ນແຮ່ທາດຢູ່ເມືອງບໍລິຄັນ ແລະ ເມືອງຄຳເກີດ

ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ໂຄງການຂຸດຄົ້ນແຮ່ທາດຢູ່ເມືອງບໍລິຄັນ ແລະ ເມືອງຄຳເກີດ

Published on

ໃນວັນທີ 20 ມີນາ ຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ການຂຸດຄົ້ນແຮ່ທາດ ບໍລິສັດກາວີໂກລາວບໍ່ແຮ່ ຈຳກັດ ຢູ່ເມືອງບໍລິຄັນ ມີທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ ແລະ ພະແນກການທີ່ກ່ຽວຂ້ອງຮ່ວມທາງ.

อาจเป็นรูปภาพของ 6 คน, ผู้คนกำลังยืน และ กลางแจ้ง

ໂຄງການຂຸດຄົ້ນແຮ່ທາດ ບໍລິສັດ ກາວີໂກລາວບໍ່ແຮ່ ຈຳກັດ ເປັນບໍລິສັດຮ່ວມທຶນ (ລາວ 22% ແລະ ສສ ຫວຽດນາມ 78%) ສໍາປະທານຂຸດຄົ້ນແຮ່ທາດ (ແຮ່ນີແກນ, ແຮ່ເຫຼັກ, ແຮ່ໂກບານ, ແຮ່ຄໍາ, ແລະ ແຮ່ເງິນ) ແບ່ງອອກເປັນ 2 ເຂດຄື:

  1. ເຂດທີ 1: ເນື້ອທີ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ແລະ ແຮ່ເງິນ 4.976 ເຮັກຕາ
  2. ເຂດທີ 2: ເນື້ອທີ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ນີແກນ, ແຮ່ເຫຼັກ ແລະ ແຮ່ໂກບານ 1.928 ເຮັກຕາ ກວມເອົາບ້ານບໍ່, ໂພນແຍງ, ໂພນສົງ ແລະ ບ້ານຜາເມືອງ ເມືອງບໍລິຄັນ

ໂຄງການມີອາຍຸສັນຍາ 20 ປີ ໃນນັ້ນໄລຍະກໍ່ສ້າງ 2 ປີ ໄລຍະຂຸດຄົ້ນ 15 ປີ, ໄລຍະການປິດບໍ່ແຮ່ ແລະ ການຟື້ນຟູເນື້ອທີ່ 3 ປີ, ປັດຈຸບັນແມ່ນຢູ່ໃນຂັ້ນຕອນສຸດທ້າຍໃນການສຶກສາສຳຫຼວດ ຄວາມເປັນໄປໄດ້ ແລະ ການຊົດເຊີຍເນື້ອທີ່ດິນທຳການຜະລິດຂອງປະຊາຊົນ, ສຳເລັດການກໍ່ສ້າງໂຮງງານນິແກນ ແລະ ໜ້າວຽກຈຳນວນໜຶ່ງ, ການຈັດຕັ້ງປະຕິບັດໜ້າວຽກຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນດ້ານນິຕິກຳ ຍັງບໍ່ທັນສອດຄ່ອງກັບນະໂຍບາຍ, ການຊົດເຊີຍເນື້ອທີ່ທຳການຜະລິດຂອງປະຊາຊົນບາງຕອນຍັງບໍ່ທັນຂາດຕົວ ເປັນຕົ້ນແມ່ນຊົດເຊີຍແລ້ວແຕ່ປະຊາຊົນຍັງເຂົ້າມາທຳການຜະລິດຕື່ມອີກ ລໍຖ້າເກັບກູ້ຜົນຜະລິດ ເຮັດໃຫ້ການປະຕິບັດໜ້າວຽກຊັກຊ້າໃນການກະກຽມການຂຸດຄົ້ນ.

อาจเป็นรูปภาพของ 5 คน, ผู้คนกำลังยืน และ ท้องฟ้า

ໃນຕອນແລງຂອງວັນດຽວ ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະກໍໄດ້ສືບຕໍ່ໄດ້ລົງຕິດຕາມການຂຸດຄົ້ນຫີນມາໂບ້ ຂອງ ບໍລິສັດ ຈິນໄທເຕີຄຳເກີດມາໂບ້ພັດທະນາບໍ່ແຮ່ ຈຳກັດຢູ່ເມືອງຄຳເກີດໂດຍການນຳພາທາງຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ມີຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ,ເມືອງເຂົ້າຮ່ວມຂະບວນ.

ໂຄງການຂຸດຄົ້ນແຮ່ທາດຫີນມາໂບ້ຂອງ ບໍລິສັດ ຈິນໄທເຕີຄຳເກີດມາໂບ້ພັດທະນາບໍ່ແຮ່ ຈຳກັດ ຕັ້ງຢູ່ເຂດບ້ານທົ່ງວຽງຄໍາ ຂອງເມືອງຄໍາເກີດ ມີເນື້ອທີສຳປະທານ 4 ເຮັກຕາ ຕາມບົດບັນທຶກສັນຍາແຕ່ວັນທີ 1 ກຸມພາ 2021 ໃນນັ້ນໄລຍະຊອກຄົ້ນແມ່ນ 3 ເດືອນ, ສໍາຫຼວດ 3 ເດືອນ ແລະ ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດແມ່ນ 6 ເດືອນ.ສະພາບພື້ນທີ່ໂຄງການແມ່ນເປັນດິນລວມບ້ານ, ປ່າຊົມໃຊ້, ປ່າສະຫງວນຂອງແຂວງ ແລະ ຕິດພັນກັບເຂດຍຸດທະສາດຂອງກະຊວງປ້ອງກັນປະເທດ,ເນື້ອທີ່ເຂດສ້າງຫ້ອງການ ແລະ ເຮືອນພັກພະນັກງານ ຈໍານວນ 5 ເຮັກຕາ, ເຂດກໍ່ສ້າງໂຮງງານ ແລະ ລານສະຕ໋ອກຫີນ ຈຳນວນ 10 ເຮັກຕາ, ສ່ວນທີ່ເຫຼື່ອຈໍານວນ 34 ເຮັກຕາ ແມ່ນເປັນເຂດຮັກສາຄວາມປອດໄພຈາກການຊອກຄົ້ນ ແລະ ໄດ້ຊົດເຊີຍເພີ່ມເຕີມ ລວມເປັນ 69 ເຮັກຕາ,ປະຈຸບັນແມ່ນສໍາເລັດວຽກງານປີ່ນອ້ອມດ້ານອໍານວຍຄວາມສະດວກ ແລະ ໄດ້ສົ່ງຕົວຢ່າງຫີນມາໂບ້ໄປທົດລອງເຕັກນິກໂຮງງານ 1 ຄັ້ງ , ຈໍານວນ 19 ກ້ອນ, ນ້ຳໜັກ 287 ໂຕນ.

ມາໃນຕອນເຊົ້າຂອງວັນທີ 21 ມີນາ 2023 ທ່ານ ເຈົ້າແຂວງ ບໍລິຄໍາໄຊ ພ້ອມຄະນະໄດ້ລົງຕິດຕາມການສຳປະທານ ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ ຄຳເຄົ້າແບບທົດລອງຂອງ ບໍລິສັດ ທ້າຍຊານມິງຈິນມາຍນີ້ງ ຈໍາກັດ ຢູ່ເຂດບ້ານ ວັງຜາ, ວັງກໍໍ່, ທົ່ງ ແຄະ, ນາກະດົກ ແລະ ນາທ່ອນ ເມືອງຄຳເກີດໃນເນື້ອທີ 24,28 ກິໂລຕາແມັດ ເຊີ່ງເປັນໂຄງການຮ່ວມມືຂອງ ບໍລິສັດລັດ 20 ມັງກອນ ພັດທະນາ ກະຊວງປ້ອງກັນປະເທດ ກັບ ບໍລິສັດ ແສງອາລຸນຂຸດຄົ້ນແຮ່-ຫີນອຸດສາຫະກຳ ຈຳກັດ ແລະ ບໍລິສັດ ບໍລິຄຳໄຊ ມາຍນີີ້ງຈຳກັດ ຊຶ່ງໄດ້ຮັບການເຊັນສັນຍາ ສຳປະທານສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ ຄຳເຄົ້າແບບທົດລອງ ກັບ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງ ວັນທີ 31 ທັນວາ 2021 ອາຍຸສັນຍາສຳປະທານເບື້ອງຕົ້ນ 3 ປີ, ການສຳຫຼວດ ແລະ ຂຸດຄົ້ນ ດ້ວຍຮູບແບບອຸໂມງ ຂະໜາດ 3 ແມັດ ມີທັງໝົດ 13 ອຸມົງ, ຢຸດເຊົາແລ້ວ 9 ອຸໂມງ, ຍັງດຳເນີນ 4 ອຸໂມງ (ມີຄວາມເລິກປະມານ 800 ກວ່າແມັດຕໍ່ອຸໂມງ), ອຸໂມງຂະໜາດ 1,2-1,5 ແມັດ ມີ 10 ອຸໂມງ, ຢຸດເຊົາແລ້ວ 7 ອຸໂມງ, ຍັງດຳເນີນ 3 ອຸໂມງ, ການຊີເຈາະສຳຫຼວດຈຳນວນ 2 ຮູ, ສຳເລັດແລ້ວ 1 ຮູ ມີຄວາມເລິກ 300 ແມັດ ແລະ ສືບຕໍ່ຊີເຈາະ 1 ຮູ (ເລິກ 111 ແມັດ). ໂຮງງານຜະລິດ ແລະ ປຸງແຕ່ງແຮ່ຄຳ ມີ 2 ໂຮງງານ.

ເພື່ອເຮັດໃຫ້ກິດຈະການ 2 ໂຄງການດຳເນີນໄປຕາມບົດບັນທຶກສັນຍາ, ຕາມນິຕິກຳ ແລະ ສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ ທ່ານ ກອງແກ້ວ ໄຊສົງຄາມ ປະທານຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ ໄດ້ຊີ້ນຳອຳນາດການປົກຄອງຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງໄດ້ປະສານສົມທົບກັບເຈົ້າຂອງໂຄງການ ເພື່ອແກ້ໄຂບາງຂອດທີ່ເປັນອຸປະສັກຕໍ່ການນດຳເນີນກິດຈະການ, ພ້ອມນັ້ນເຈົ້າຂອງໂຄງການ ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງຕົນ ຕາມແຜນການທີ່ກຳນົດໄວ້, ເປັນການປະກອບສ່ວນຍູ້ແຮງແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ,ທ້ອງຖິ່ນ ກໍຄືຈຸດໂຄງການທີ່ຕັ້ງຢູ່.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...