spot_img
Homeຂ່າວພາຍ​ໃນແຈ້ງການກ່ຽວກັບໂຈະການອະນຸຍາດ ນໍາຂົ້າ, ສົ່ງຜ່ານຫມູມີຊີວິດ ແລະ ຜະລິດຕະພັນຫມູ

ແຈ້ງການກ່ຽວກັບໂຈະການອະນຸຍາດ ນໍາຂົ້າ, ສົ່ງຜ່ານຫມູມີຊີວິດ ແລະ ຜະລິດຕະພັນຫມູ

Published on

ໃນວັນທີ 22 ມີນາ 2023 ກະຊວງກະສິກໍາ ແລະ ປ່າໄມ້ ກົມລ້ຽງສັດ ແລະ ການປະມົງ ອອກແຈ້ງການກ່ຽວກັບໂຈະການອະນຸຍາດ ນໍາຂົ້າ, ສົ່ງຜ່ານຫມູມີຊີວິດ ແລະ ຜະລິດຕະພັນຫມູ ຈາກ ສສ ຫວຽດນາມ ແລະ ປະເທດ ທີ່ມີການລະບາດ ຂອງເຊື້ອພະຍາດອະຫິວາຫມູອາຟຣິກາ.

ອີງຕາມ ກົດຫມາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງ ກົມລ້ຽງສັດ ແລະ ການປະມົງ, ສະບັບເລກທີ 0175/ກປ, ລົງວັນທີ 25 ມັງກອນ 2022; ອີງຕາມ ການລາຍງານຄວາມຄືບຫນ້າຂອງການລະບາດຂອງພະຍາດອະຫິວາຫມູອາຟຣິກາ, ຂອງອົງການອາຫານ ແລະ ການກະເສດ(FAO), ຄັ້ງວັນທີ 16 ມີນາ 2023 ແລະ ລະບົບຂໍ້ມູນພະຍາດສັດຂອງໂລກ(WAHIS) ຈາກອົງການ ສຸຂະພາບສັດສາກົນ (WOAH).

ໂດຍອິງໃສ່ແຈ້ງການຂອງອົງການສຸຂະພາບສັດສາກົນ (OIE) ແລະ ບົດລາຍງານກ່ຽວກັບ ການລະບາດ ຂອງ ພະຍາດ ອະຫິວາຫມູອາຟຣິກາ (African swine fever) ຂອງອົງການອາຫານ ແລະ ການກະເສດ (FAO) ຄັ້ງວັນທີ 16 ມີນາ 2023 ແຈ້ງໃຫ້ຮູ້ວ່າ: ປະຈຸບັນໄດ້ມີການລະບາດຂອງພະຍາດອະຫິວາຫມູອາຟຣິກາ ຢູ່ຫຼາຍປະເທດ ໂດຍສະເພາະ ແມ່ນມີການລະບາດຢູ່ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ລາມເຂົ້າມາສູ່ ສປປ ລາວ ເຮົາ ກະຊວງກະສິກໍາ ແລະ ປ່າໄມ້ ແມ່ນໄດ້ມີການອອກແຈ້ງການໂຈະການອະນຸຍາດ ນໍາເຂົ້າ, ສົ່ງຜ່ານຫມູ່ມີຊີວິດ ແລະ ຜະລິດຕະພັນຫມູ ຈາກ ຣາຊະອານາຈັກໄທ, ສະບັບເລກທີ 1314/ກປ, ລົງວັນທີ 30 ມັງກອນ 2023. ເພື່ອເປັນການສືບຕໍ່ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ຈາກພື້ນທີ່ໆ ມີການລະບາດເພີ່ມເຕີມ ບໍ່ໃຫ້ເຂົ້າມາແຜ່ລະບາດ ຢູ່ ສປປ ລາວ ກົມລ້ຽງສັດ ແລະ ການປະມົງ ຂໍແຈ້ງເພີ່ມເຕີມມາຍັງ ຂະແຫນງລ້ຽງສັດ ແລະ ການປະມົງ ທົ່ວປະເທດ ເອົາໃຈໃສ່ດັ່ງນີ້:


1. ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ໂຈະການ ອະນຸຍາດ ນໍາເຂົ້າ ແລະ ສົ່ງຜ່ານ ຫມູມີຊີວິດ ແລະ ຜະລິດຕະພັນຫມູ ທຸກຊະນິດ ລວມທັງ ຜະລິດຕະພັນຫມູ ປຸງ ແຕ່ງເບື້ອງຕົ້ນ ຈາກສສ ຫວຽດນາມ ແລະ ປະເທດ ທີ່ມີການລະບາດຂອງເຊື້ອພະຍາດອະຫິວາຫມູອາຟຣິກາ ເຂົ້າ ມາ ຫຼື ສົ່ງຜ່ານ ສປປ ລາວ;

2. ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຊີ້ນໍາ ສັດຕະວະແພດປະຈໍາດ່ານຊາຍແດນສາກົນ, ສະຫນາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍ ແດນທ້ອງ ຖິ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີຕິດຕາມ ແລະ ກວດກາ ການນໍາເຂົ້າ ຫຼື ສົ່ງຜ່ານ ຫນູມີ ຊີວິດ, ຜະລິດຕະພັນຫມູ ທຸກຊະນິດ ລວມທັງຜະລິດຕະພັນຫມູປຸງແຕ່ງເບື້ອງຕົ້ນ ຈາກສສ ຫວຽດນາມ ຫຼື ຈາກ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາຫມູອາຟຣິກາ ເຂົ້າມາ ສ ປປ ລາວ. ໃນກໍລະນີກວດພົບເຫັນ ໃຫ້ຍຶດ ແລະ ດໍາເນີນການ ຕາມກົດຫມາຍ ແລະ ລະບຽບການ ຢ່າງເຂັ້ມງວດ;

3. ໃນກໍລະນີມີເຈົ້າຫນ້າທີ່ສັດຕະວະແພດປະຈໍາດ່ານ ພົບເຫັນຜູ້ລະເມີດ ຫຼື ກະທໍາຜິດ ທີ່ຍັງມີການນໍາເອົາຫມູມີ ຊີວິດ ແລະ ຜະລິດຕະພັນຫມູປຸງແຕ່ງເບື້ອງຕົ້ນ ຈາກສສ ຫວຽດນາມ ຫຼື ຜ່ານສສ ຫວຽດນາມ ເຂົ້າມາດ່ານ ຕ້ອງສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດໍາເນີນຄະດີ ຕາມກົດຫມາຍ ແລະ ລະບຽບການ ພ້ອມທັງ ລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້, ແຂວງ ຫຼື ນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງ ແລະ ກົມ ລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ;

4. ສໍາລັບຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫຼື ສົ່ງຜ່ານ ໃຫ້ນໍາໄປທໍາລາຍຖິ້ມດ້ວຍການ ເຜົາ ຫຼື ຝັງ ຕາມຫຼັກວິຊາການ. ສ່ວນຜູ້ທີ່ລະເມີດໃຫ້ເຮັດບົດບັນທຶກກ່າວເຕືອນ, ປັບໃຫມ ຫຼື ດໍາເນີນຄະດີຕາມ
ກົດຫມາຍແລະ ລະບຽບການ;

5. ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກຄໍາແນະນໍາາດ້ານເຕັກນິກວິຊາການ ເພື່ອຜັນຂະຫຍາຍແຈ້ງການ ສະບັບ ນີ້ ເປັນອັນລະອຽດ ພ້ອມທັງ ເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາຫມູ ອາຟຣິກາ ຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ຫມູເຈັບ ຫຼື ຕາຍ ຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ ມາດຕະການທາງດ້ານເຕັກນິກ ຕາມຫຼັກວິຊາການຢ່າງຮີບດ່ວນ;

6. ມອບໃຫ້ ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກ ແນວໃດ ໃຫ້ລາຍງານການນໍາກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາແກ້ໄຂໃຫ້ທັນກັບສະພາບການ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...