spot_img
Homeຂ່າວການຢ້ຽມຢາມຄະນະນໍາຂັ້ນສູງ ກະຊວງພາຍໃນກໍາປູເຈຍເດີນທາງມາຢ້ຽມຢາມ ສປປ ລາວ

ຄະນະນໍາຂັ້ນສູງ ກະຊວງພາຍໃນກໍາປູເຈຍເດີນທາງມາຢ້ຽມຢາມ ສປປ ລາວ

Published on

ຄະນະນໍາຂັ້ນສູງ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ນໍາໂດຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 18-20 ມີນາ 2023 ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.

ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນກຳປູເຈຍ ນໍາໂດຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນແລງຂອງວັນທີ 18 ມີນາ 2023 ໂດຍການຕ້ອນຮັບຂອງ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໃນນັ້ນ ຄະນະຜູ້ແທນກະຊວງພາຍໃນກຳປູເຈຍ ຢ້ຽມຊົມຫໍພິພິທະພັນປ້ອງກັນຄວາມສະຫງົບ, ພຣະທາດຫຼວງວຽງຈັນ, ປະຕູໄຊ ແລະ ວັດຫໍພະແກ້ວ.

 

ຕອນເຊົ້າຂອງວັນທີ 19 ມີນາ 2023 ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນໍາໂດຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ນຳໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າວາງພວງມະລາ ຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ).

อาจเป็นรูปภาพของ 3 คน, ผู้คนกำลังยืน และ กลางแจ้ง

ໃນມື້ດຽວກັນ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນຂັ້ນສູງກະຊວງພາຍໃນກຳປູເຈຍ ໄດ້ຈັດກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ໂດຍເປັນປະທານຮ່ວມຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ມີຄະນະຜູ້ແທນທັງສອງຝ່າຍ ພ້ອມດ້ວຍການນຳຈາກບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດເຂົ້າຮ່ວມ.

ກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍໃນຄັ້ງນີ້ ໄດ້ພ້ອມກັນທົບທວນຄືນ ແລະ ຕີລາຄາສະພາບ ແລະ ຜົນສໍາເລັດ ການພົວພັນຮ່ວມມືລະຫວ່າງສອງຝ່າຍໃນການຈັດຕັ້ງປະຕິບັດແຜນການຮ່ວມມື ຕາມບົດບັນທຶກ ວ່າດ້ວຍການຮ່ວມມືສອງຝ່າຍ ທີ່ລັດຖະມົນຕີຂອງທັງສອງກະຊວງໄດ້ລົງນາມຮ່ວມກັນໃນປີ 2021 ເຖິງວ່າປີ 2022 ຜ່ານມາ ທັງສອງຝ່າຍບໍ່ໄດ້ຈັດຕັ້ງປະຕິດບັດທຸກກິດຈະກໍາທີ່ໄດ້ກໍານົດໄວ້ຢູ່ໃນບົດບັນທຶກການຮ່ວມມື ລະຫວ່າງ ສອງລັດຖະມົນຕີ ທີ່ໄດ້ລົງນາມໃນເດືອນພະຈິກ 2021 ແຕ່ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເນື້ອໃນຈິດໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນທຸກລະດັບ ໂດຍສະເພາະແມ່ນບັນດາແຂວງຊາຍແດນຂອງສອງປະເທດ ສຳລັບການຮ່ວມມືໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂບັນຫາຕ່າງໆດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ; ກອງປະຊຸມໄດ້ຕີລາຄາສະພາບການຮ່ວມມືບາງດ້ານທີ່ຍັງປະຕິບັດບໍ່ທັນໄດ້ດີ ແລະ ເຫັນວ່າທັງສອງຝ່າຍຕ້ອງໄດ້ເພີ່ມທະວີໃນການປະຕິບັດໃຫ້ຫຼາຍຂຶ້ນ ເປັນຕັ້ນການຢ້ຽມຢາມແລກປ່ຽນປະສົບການຂອງກົມກອງວິຊາສະເພາະ, ການປະຊຸມພົບປະລະຫວ່າງທ້ອງຖິ່ນ, ການຝຶກອົບຮົມບຸກຄະລາກອນ, ການສຶກສາອົບຮົມປະຊາຊົນທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນຂອງສອງປະເທດໃຫ້ຮ່ວມກັນຈັດຕັ້ງປະຕິບັດກົດໝາຍ ກໍຄືລະບຽບການເຂົ້າ-ອອກເມືອງຂອງສອງປະເທດໃຫ້ເຂັ້ມງວດ.

ພ້ອມດຽວກັນນີ້ ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ຍັງໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາແຜນການຕ່າງໆທີ່ທັງສອງກະຊວງຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດໃນປີ 2023 ແລະ ຮ່ວມມືກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງທິດຊີ້ນໍາຂອງຫົວໜ້າລັດຖະບານຂອງສອງປະເທດ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນ ແລະ ກໍານົດເປັນແຜນການຮ່ວມມືສອງຝ່າຍໃນປີ 2023 ເປັນຕົ້ນແມ່ນການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືຕ້ານການຄ້າມະນຸດ, ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໂທລະຄົມ ແລະ ຄອມພິວເຕີ, ການຮ່ວມມືແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ການຮ່ວມມືດ້ານການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ກັບແນວທາງການຕ່າງປະເທດຂອງສອງປະເທດ ແລະ ເຮັດໃຫ້ໝາກຜົນຂອງການພົວພັນຮ່ວມມື ລະຫວ່າງ ສອງກະຊວງໃນຕໍ່ໜ້າສາມາດຮັບປະກັນເຮັດໃຫ້ສອງປະເທດ ລາວ ແລະ ກຳປູເຈຍ ມີຄວາມສະຫງົບ, ປອດໄພ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາໃຫ້ແກ່ທັງສອງປະເທດ.

ໂອກາດດຽວກັນນີ້ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ຮ່ວມກັນລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງກະຊວງ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ.

อาจเป็นรูปภาพของ 9 คน และ ผู้คนกำลังยืน

ທີ່ມາ: ວາລະສານ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...