Homeຂ່າວຕ່າງປະເທດຫວຽດນາມ - ຣັດ​ເຊຍ ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ຮ່ວມ​ມືສອງ​ຝ່າຍ

ຫວຽດນາມ – ຣັດ​ເຊຍ ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ຮ່ວມ​ມືສອງ​ຝ່າຍ

Published on

RUSSIA-VIETNAM-DIPLOMACY

 

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ ​ໃນ​ວັນ​ທີ 27 ພະຈິກ​ນີ້​ວ່າ ທ່ານ ຫງວຽນ ຟູ ຈອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູ

ນິດຫວຽດນາມ ​ແລະ ປະ​ທາ​ນາ​ທິບໍດີ ວະ​ລາ​ດີ​ເມຍ ປູ​ຕິນ ​ແຫ່ງຣັດ​ເຊຍ ​ເຫັນ​ດີ​ຮ່ວມ​ກັນຈະ​ກະ​ຕຸ້ນ​ຄວາມ​ສຳພັນ

​ທະວິພາຄີ​ໃນ​ໂຄງການ​ນ້ຳມັນ ​ແລະ ​ແກັສ ລະຫວ່າງ​ການ​ຢ້ຽມຢາມຣັດ​ເຊຍ ​ເມື່ອ​ວັນ​ອັງຄານ​ທີ 25 ພະຈິກ​ຜ່ານ​ມາ.

 

ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະ​ຫາລື​ກັນ​ທີ່​ເມືອງ​ໂຊ​ຈິ ກ່ຽວ​ກັບ​ການ​ນຳ​ມາດ​ຕະການ​ຕ່າງໆ ​ເພື່ອ​ມາ​ນຳ​ໃຊ້​ໃຫ້​ເປັນ​

ຮູບ​ປະ​ທຳ ​ໂດຍ​ຕັ້ງ​ເປົ້າ​ໃຫ້ມູນ​ຄ່າ​ການ​ຄ້າ​ຂະຫຍາຍຕົວ​ຢູ່​ທີ 7,000 ລ້ານ​ໂດ​ລາ ​ໃນ​ປີ 2015 ​ແລະ ​ເພີ່ມ​ເປັນ 10,000

ລ້ານ​ໂດ​ລາ ​ໃນ​ປີ 2020.

 

ທັງ​ສອງ​ຝ່າຍ​ຍັງ​ຈະ​ເລັ່ງການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຄ້າ​ເສລີ ລະຫວ່າງ​ຫວຽດນາມ ​ແລະ ປະ​ເທດ​ໃນ​ສະຫະ

ພາບ​ພາສີ​ຢູ​ເຣ​ເຊຍ ​ໃນ​ປີ 2015 ພ້ອມ​ທັງ​ຈະ​ຮ່ວມ​ມື​ໃນ​ໂຄງການ​ສຳ​ຫລວດ​ແຮ່​ທາດ, ວິສະວະກຳ ​ແລະ ພະລັງງານ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...