spot_img
Homeຂ່າວພາຍ​ໃນປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

Published on

ໃນວັນທີ 17 ມີນາ 2023 ຜ່ານມາ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດແຫ່ງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ.

ໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ພ້ອມຄະນະ ໄດ້ໄປຢ້ຽມຢາມ ພື້ນຖານເສດຖະກິດ, ວັດທະທະທຳ-ສັງຄົມ ແລະ ພື້ນຖານການຜະລິດກະສິກຳຂອງແຂວງຈຳນວນໜຶ່ງ, ເປັນຕົ້ນ ໄດ້ຢ້ຽມຢາມສວນສະຕໍເບີຣີ ຂອງຄອບຄົວ ທ້າວ ຈໍຊົ້ງ, ປະຊາຊົນຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ, ມີເນື້ອທີ່ທັງໝົດ 2 ເຮັກຕາ, ເຊິ່ງຖືວ່າເປັນໜໍ່ແໜງຂອງການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການທ່ອງທ່ຽວ. ພ້ອມດຽວກັນນີ້ ສະຫາຍ ເລຂາທິການໃຫຍ່ ພ້ອມຄະນະ ຍັງໄດ້ຢ້ຽມຊົມສວນສາທາລະນະຖໍ້າ ເຈົ້າອະນຸວົງ, ເຊິ່ງສະ ຖານທີ່ແຫ່ງນີ້ເປັນບ່ອນທ່ອງທ່ຽວທາງປະຫວັດສາດທີ່ຕິດພັນກັບຮ່ອງຮອຍປະຫວັດສາດທີ່ສຳຄັນຂອງຊາດ, ຫຼັງຈາກນັ້ນ ໄດ້ຢ້ຽມຢາມ ຫໍຫຼັກເມືອງ ແລະ ຕະຫຼາດໄຊສົມບູນ. ໂອກາດດຽວກັນນີ້, ສະຫາຍ ເລຂາທິການໃຫຍ່ ພ້ອມຄະນະ ຍັງໄດ້ຂຶ້ນຢ້ຽມຊົມຈອມພູເບ້ຍ ຊຶ່ງເປັນຈອມພູທີ່ສູງທີ່ສຸດຂອງປະເທດລາວ, ມີຄວາມສູງ 2.820 ແມັດ ຈາກລະດັບໜ້ານໍ້າທະເລ, ໂດຍໄດ້ຮັບຂະໜານນາມວ່າເປັນ “ຫຼັງຄາຂອງປະເທດລາວ”, ມີລະບົບຊີວະນາໆພັນອຸດົມສົມບູນ ແລະ ທິວທັດທຳມະຊາດທີ່ສວຍງາມ ເຊິ່ງກຳລັງໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງ ທ່ຽວທາງທຳມະຊາດທີ່ສຳຄັນຂອງແຂວງ.


ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ໄດ້ພົບປະເຮັດວຽກກັບຄະນະປະຈຳພັກແຂວງ ໄຊສົມບູນ, ເຊິ່ງໄດ້ຮັບຟັງການ ລາຍງານ ຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງ ໄຊສົມບູນ ກ່ຽວກັບສະພາບຮອບດ້ານຂອງແຂວງ ແລະ ໄດ້ມີຄຳເຫັນຊີ້ນຳຈຳນວນໜຶ່ງຕໍ່ຄະນະປະຈຳພັກແຂວງ, ໂດຍໄດ້ ສະແດງຄວາມຊົມເຊີຍຕໍ່ແຂວງໄຊສົມບູນ ທີ່ໄດ້ມີການພັດທະນາ ແລະ ມີໂສມໜ້າໃໝ່, ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້້ອຄວາມສາມັກຄີເປັນເອກະ ພາບ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ, ເອົາໃຈໃສ່ລົງເລິກວຽກ ງານກໍ່ສ້າງພັກ-ພະນັກງານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດສອງວາລະແຫ່ງ ຊາດ, ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນ ນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນໃຫ້ມີໜໍ່ແໜງໃໝ່, ຂຸດຄົ້ນບັນດາທ່າແຮງຂອງແຂວງ ຕິດພັນກັບການຄຸ້ມຄອງ, ນຳໃຊ້ຊັບພະ ຍາກອນຢ່າງມີປະສິດທິພາບຕາມທິດຍືນຍົງ ທັງນີ້ເພື່ອເຮັດໃຫ້ ແຂວງໄຊສົມບູນສືບຕໍ່ມີການພັດທະນາ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...