Homeຂ່າວຄາດຕະກຳພົບສົບຄົນເສຍຊີວິດ ຢູ່ປ່າເມືອງຫ້ວຍຊາຍ​ ແຂວງບໍ່ແກ້ວ​

ພົບສົບຄົນເສຍຊີວິດ ຢູ່ປ່າເມືອງຫ້ວຍຊາຍ​ ແຂວງບໍ່ແກ້ວ​

Published on

ອີງຕາມ ໜ່ວຍກູ້ໄພ​ສຸກເສີນ​ອົງການ ກາແດງ​ແຂວງ​ບໍ່ແກ້ວ ລາຍງານໃນວັນທີ 16 ມີນາ​ 2023, ເວລາ 10:06 ນາທີ ໄດ້ພົບຄົນເສຍຊີວິດຢູ່ໃນປ່າ ເຂດບ້ານຊອດ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.​

ຕາມການລາຍງານຜູ້ເສຍຊີວິດ​ເປັນເພດຊາຍ, ບໍ່ມີເອກະສານ ຫລື ບັດປະຈຳຕົວ ຈາກການກວດສອບຂອງເຈົ້າໜ້າທີ່
ເບື້ອງຕົ້ນພົບວ່າມີບາດແຜຖືກຕີຢູ່ບໍລິເວນຫົວ, ຄໍ, ຕາມຕົນໂຕ​ (ອາດເປັນການຄາຕະກຳ).​

ແຫຼ່ງຂ່າວ: ໜ່ວຍກູ້ໄພ​ສຸກເສີນ​ອົງການ ກາແດງ​ແຂວງ​ບໍ່ແກ້ວ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...