spot_img
Homeຂ່າວພາຍ​ໃນປກສ ແຂວງຫຼວງພະບາງ ອອກແຈ້ງການ ເອົາເອກະສານລົດມາຢັ້ງຢືນ ລົດຈັກເສຍຫາຍ

ປກສ ແຂວງຫຼວງພະບາງ ອອກແຈ້ງການ ເອົາເອກະສານລົດມາຢັ້ງຢືນ ລົດຈັກເສຍຫາຍ

Published on

ປກສ ແຂວງຫຼວງພະບາງ ອອກແຈ້ງການກ່ຽວກັບການແຈ້ງໃຫ້ ກົມກອງ,ບຸກຄົນທີ່ມີລົດຈັກເສຍຫາຍ ເອົາເອກະສານລົດມາຢັ້ງຢືນໂດຍມີເນື້ອຫາດັ່ງນີ້:

ເຖີງ : ພະນັກງານ,ທະຫານ,ຕໍາຫຼວດ,ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ ໃນ ທົ່ວເມືອງປາກອູ ແລະ 11ເມືອງທົ່ວແຂວງຫຼວງພະບາງ ແລະ ຕ່າງແຂວງ ຊາບ
ເລື່ອງ : ແຈ້ງໃຫ້ກົມກອງ,ບຸກຄົນທີ່ມີລົດຈັກເສຍຫາຍ ເອົາເອກະສານລົດມາຢັ້ງຢືນ
ກອງບັນຊາການ ປກສ ເມືອງປາກອູ ຈຶ່ງແຈ້ງການເຖີງບັນດາທ່ານຊາບວ່າ : ໃນຄັ້ງວັນທີ່ 17/2/2023 ທາງເຈົ້າຫນ້າທີ່ ປກສ ເມືອງປາກອູໄດ້ກວດກາພົບເຫັນລົດຈັກຈໍານວນ 6ຄັນ ຊຸກເຊຶ່ອງ,ປະຖິ້ມໄວ້ຢູ່ຕາມຕູບໂຮງສີ ແຄມບ້ານຂອບເຂດບ້ານຫ້ວຍໂອດ ເມືອງປາກອູ ແຂວງຫຼວງພະບາງ ແລະ ຢູ່ຂອບເຂດແຄມບ້ານໂພນໂຮມ ເມືອງປາກ ອູ ແຂວງຫຼວງພະບາງ.
ປະຈຸບັນໄດ້ເກັບກູ້ມາໄວ້ຢູ່ກອງບັນຊາການ ປກສ ເມືອງປາກອູ ເຊິ່ງມີລາຍລະອຽດຄື:
1. ລົດຈັກ ຍີ່ຫໍ້ HONDA Wave 100 ສີແດງ – ດໍາ ປ້າຍທະບຽນ ຈຍ ຫຼວງພະບາງ 8154                                2. ລົດຈັກ ຍີ່ຫໍ້ HONDA wave 100 ສີຟ້າ – ດໍາ ປ້າຍທະບຽນ ຈສ ຫຼວງພະບາງ 5680                                    3. ລົດຈັກ ຍີ່ຫໍ້ HONDA wave 100 ສີແດງ – ດໍາ ບໍ່ມີປ້າຍທະບຽນ
4. ລົດຈັກ ຍີ່ຫໍ້ HONDA wave 100 ສີແດງ ປ້າຍທະບຽນ ຈຂ ອຸດົມໄຊ 4300                                            5. ລົດຈັກ ຍີ່ຫໍ້ HONDA wave 100 ສີຂຽວ ບໍ່ມີປ້າຍທະບຽນຖ້າແມ່ນລົດທ່ານໃດເສຍຫາຍໃຫ້ນໍາເອົາເອກະສານມາຢັ້ງຢືນເອົານໍາກອງບັນຊາການ ປກສ ເມືອງປາກອູແຂວງຫຼວງພະບາງ ໃນໂມງລັດຖະການ ກໍານົດ 60ວັນ,ນັບຕັ້ງແຕ່ວັນທີ່ 14/3/2023 ຫາ 14/5/2023 ຖ້າກາຍກໍານົດ ເວລາຂ້າງເທີງຖືວ່າສະລະສິດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...