spot_img
Homeຂ່າວການພັດທະນາການລ້ຽງໄກ່ສາມສາຍພັນທີ່ແຂວງສະຫວັນນະເຂດ

ການລ້ຽງໄກ່ສາມສາຍພັນທີ່ແຂວງສະຫວັນນະເຂດ

Published on

ໃນວັນທີ 14 ມີນາ 2023 ທ່ານ ໂພໄຊ ອິນທະວົງສາ ຮອງເລຂາພັກເມືອງອຸທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຢ້ຽມຢາມເບິ່ງການລ້ຽງໄກ່ສາມສາຍພັນ ຂອງ ທ່ານ ຄໍາບູ່ ວໍລະວົງ ປະຊາຊົນບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

อาจเป็นรูปภาพของ 6 คน และ ผู้คนกำลังยืน

ທ່ານ ຄໍາບູ່ ວໍລະວົງ ໄດ້ໃຫ້ຮູ້ກ່ຽວກັບການລ້ຽງໄກ່ວ່າ: ການລ້ຽງໄກ່ສາມສາຍພັນ ແມ່ນໄດ້ຮັບທືນຊ່ວຍເຫຼືອຈາກການສົ່ງເສີມ ກະເສດຕະກອນຜູ້ບໍ່ມີວຽກເຮັດ ຂອງບໍລິສັດ ຊີຟີລາວ ເຊິ່ງການລົງທຶນໃນເບື້ອງຕົ້ນແມ່ນ 70 ລ້ານກີບ ໃນການສ້າງຄອກເຮືອນໄກ່ນອນ ເຈາະນໍ້າບາດານ ດຶງໄຟຟ້າເຂົ້າ ແມ່ນທຶນຂອງຕົນເອງທັງໝົດ ສ່ວນວ່າທາງບໍລິສັດແມ່ນສະໜອງລູກໄກ່ ແລະ ຫົວອາຫານໃຫ້ ພ້ອມທັງເກັບຊື້ ຂະໜາດຂອງຄອກໄກ່ 60 x 8 ແມັດ ການລ້ຽງແມ່ນຫ່າງໄກຈາກຊຸມຊົນປະມານ 500 ແມັດ ເພື່ອບໍ່ໃຫ້ມັນສົ່ງກິ່ນເໝັນລົບກວນປະຊາຊົນອ້ອມຂ້າງ.

ສ່ວນຜົນກໍາໄລ ທາງບໍລິສັດ ເພິ່ນຈະຄິດໄລ່ໃຫ້ຜູ້ລ້ຽງໄກ່ແມ່ນ ກິໂລໜຶ່ງ 2.300 ກີບ ເພາະວ່າໄກ່ທີ່ບໍລິສັດເພິ່ນເອົາມາໃຫ້ລ້ຽງງວດໜຶ່ງ 5.000 ໂຕ ( ໄກ່ນ້ອຍ ) ລ້ຽງໃນໄລຍະ 8 ອາທິດ ຫຼື 2 ເດືອນກວ່າ ກໍ່ຂາຍໄດ້ ຖ້າລ້ຽງຮອດກໍານົດ ໄກ່ໂຕໜຶ່ງຈະຕົກຢູ່ປະມານ 1,2 – 1,3 ກິໂລ ຈາກການຂາຍງວດໜຶ່ງຈະໄດ້ເງິນນໍາບໍລິສັດປະມານ 13 ລ້ານກວ່າກີບ ປີໜຶ່ງຈະໄດ້ຂາຍໄກ່ຢູ່ 3 ງວດ, ເຊິ່ງໄດ້ເລີ່ມລ້ຽງມາແຕ່ປີ 2019 ນອກຈາກຂາຍໄກ່ແລ້ວ ຕົນເອງຍັງມີລາຍຮັບຈາກການຂາຍຂີ້ໄກ່ໃຫ້ກັບປະຊາຊົນອ້ອມຂ້າງອີກປະມານ 2-3 ລ້ານກີບ ຕໍ່ສອງເດືອນ.

ແຫຼ່ງຂ່າວ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...