spot_img
Homeຂ່າວພາຍ​ໃນລົດໂມ້ປູນເບກແຕກຕໍາລົດຈັກ ເສຍຊີວິດຄາທີ່ 1 ຄົນ

ລົດໂມ້ປູນເບກແຕກຕໍາລົດຈັກ ເສຍຊີວິດຄາທີ່ 1 ຄົນ

Published on

ຈາກເຫດການ ທ່ານ ຄຳຫອມ ສີນວນໄຊ ອະດີດກຳມະການຕັດສິນ ເປບຊີ ລາວລີກ 1 ໄດ້ເສຍຊີວິດຈາກອຸບັດຕິເຫດ.

ເຈົ້າໜ້າທີ່ໄດ້ອອກມາລາຍງານວ່າ: ວັນທີ 13 ມີນາ 2023 ເວລາ 9:50 ໂມງ ເກີດອຸບັດຕິເຫດລົດໂມ້ປູນເບກແຕກ ຕໍາເອົາລົດຈັກທີ່ຈອດສະລໍໄຟອໍານາດ ຢູ່ເສັ້ນທາງເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຈັກຖືກລົດໂມ້ປູນຢຽບ ເສຍຊີວິດຄາທີ່.

ພັຕ ວິໄຊ ວິໄລສານ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ທອງໃສ ອາຍຸ 33 ປີ ສັນຊາດລາວ ອາຊີບຂັບລົດ ພັກເຊົາຢູ່ບ້ານ ໜອງພະຍາ ເມືອງໄຊທານີ ໄດ້ຂັບຂີ່ລົດໂມ້ປູນ ຍີຫໍ້ອີຊູຊຸ ໝາຍເລກທະບຽນ ບກ 7063 ກໍາແພງນະຄອນ ມຸ້ງໜ້າມາແຕ່ຕະຫຼາດຫົວຂົວ ພໍຮອດຈຸດເກີດເຫດໄກຈະຮອດ 4 ແຍກໄຟອໍານາດທາດຫຼວງ ແລະ ມີລົດທາງໜ້າຈໍານວນຫຼາຍຄັນຢຸດຈອດລໍຖ້າໄຟອຳນາດຢູ່ ແຕ່ບັງເອີນລົດຄັນດັ່ງກ່າວເກີດເບກແຕກ ຜູ້ຂັບຂີ່ລົດໂມ້ປູນຈຶ່ງຮ້ອງໃສ່ລົດຄັນທາງໜ້າວ່າເບກແຕກກ່ອນຕໍາເອົາລົດຈັກ 2 ຄັນທີ່ຈອດຖ້າໄຟຂຽວ ເຮັດໃຫ້ຜູ້ຂັບຂີ່ລົດຈັກເວບໂຄລາວໝາຍເລກທະບຽນ ຍກ 7502 ກໍາແພງນະຄອນ ຮູ້ໂຕໂດດອອກຈາກລົດ, ສ່ວນລົດຈັກໂຊນິກ ໂຄລາວ ໝາຍເລກທະບຽນ ດສ 6317 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ຄໍາຫອມ ອາຍຸ 40 ປີ ພະນັກງານ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ບໍ່ໄດ້ຍິນສຽງຮ້ອງ ຈຶ່ງຖືກຕໍາເອົາລາກໄປກັບລົດ; ພໍລົດໄດ້ຕໍາເອົາລົດຈັກ 2 ຄັນ ຜູ້ຂັບຂີ່ຢ້ານເກີດອຸບັດຕິເຫດຫຼາຍຄັນຈຶ່ງໄດ້ຕັດສິນໃຈຫັກພວງມະໄລລ້ຽວອອກມາທາງຂົວມື ເພື່ອໃຊ້ຟຸດບາດທາງຢຸດລົດ ເຮັດໃຫ້ຜູ້ຂັບຂີ່ລົດຈັກທີ່ຕິດຢູ່ໜ້າລົດຕໍາກັບຟຸດບາດທາງພົ້ນຂຶ້ນໄປທາງຄົນຍ່າງ ເສຍຊີວິດຄາທີ່.

ຕໍ່ກັບອຸບັດຕິເຫດດັ່ງກ່າວນີ້ ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ (ເບກແຕກ); ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍາລັງເລັ່ງສອບສວນ ແລະ ເກັບກໍາຂໍ້ມູນຫຼັກຖານ ເພື່ອປະກອບໃສ່ສໍານວນຄະດີ ສົ່ງຕາມຂັ້ນຕອນວິຊາສະເພາະ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...