spot_img
Homeຂ່າວພາຍ​ໃນປະກາດຫາຍາດພີ່ນ້ອງ ມາພົວພັນຊາກສົບຄົນແຂວນຄໍເສຍຊີວິດ

ປະກາດຫາຍາດພີ່ນ້ອງ ມາພົວພັນຊາກສົບຄົນແຂວນຄໍເສຍຊີວິດ

Published on

ວັນທີ 10 ມີນາ 2023 ໃນເວລາ 14:00 ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງທາງໂທລະສັບຈາກ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ມີຄົນແຂວນຄໍເສຍຊີວິດ ທີ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ไม่มีคำอธิบายรูปภาพ

ຫຼັງຈາກເຈົ້າໜ້າທີ່ລົງກວດກາສະຖານທີ່ເກີດເຫດຕົວຈິງ ພົບເຫັນ ທ້າວ ທິດ ບໍ່ຊາບທີ່ຢູ່ ລວງສູງ 1.60 ຊັງຕີແມັດ ຢູ່ດິນເປົ່າຫວ່າງ ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພົບເຫັນຮ່ອງຮອຍ ຂອງເຊືອກຂະໜາດ 4 ຊັງຕີເເມັດ ອ້ອມຮອບຄໍ ເຊິ່ງສາເຫດການເສຍຊີວິດຍ້ອນຂາດອາກາດຫາຍໃຈ; ສ່ວນຊາກຊົບ ແມ່ນຝາກໄວ້ມູນນິທິຈີນ ລໍຖ້າຍາດພີ່ນ້ອງມາພົວພັນ ຫຼື ສາມາດພົວພັນໄດ້ທີ່ເບີ 02054522588.

ຜ່ານການເອົາຄໍາໃຫ້ການ ນາງ ປານຕາວັນ ອາຍຸ 40 ປີ, ອາຊີບ ຄ້າຂາຍ ພັກເຊົາຢູ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນໄລຍະເດືອນທັນວາ ປີ 2022 ຕົນ ເເລະ ທ້າວ ກົງແກ້ວ (ຜູ້ເປັນຜົວ) ອາຍຸ 40 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມາເຮັດວຽກເປັນກຳມະກອນ ຕາກແກ່ນຫຍ້າພັນລູຊີ ຢູ່ບໍລິເວນເຂດດິນເປົ່າຫວ່າງ ຕິດກັບທາງໃຫຍ່ ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕົນບໍ່ຮູ້ວ່າດິນຕອນດັ່ງກ່າວແມ່ນຂອງໃຜ ຕົນພຽງແຕ່ມາອາໄສຂໍ້ຕາກແກ່ນຫຍ້າຢູ່ບໍລິເວນດັ່ງກ່າວ.

ຕົກມາຮອດເດືອນມັງກອນ ປີ 2023 ໄດ້ມີ ທ້າວ ທິດ ( ຜູ້ເສຍຊີວິດ ) ອາຍຸປະມານ 43 ປີ ບໍ່ຊາບທີ່ຢູ່ ຍ່າງມາຕາມທາງ ພໍມາຮອດບ່ອນທີ່ຕົນ ກັບ ຜົວ ເຮັດວຽກ ຜູ້ກ່ຽວແມ່ນໄດ້ມາຂໍເຮັດວຽກນຳ ເນື່ອງຈາກວ່າ ຜູ້ກ່ຽວບໍ່ມີບ່ອນໄປ ຍ້ອນຄວາມອີ່ຕົນ, ຜູ້ກ່ຽວ ເຮັດວຽກນຳໂດຍໃຫ້ເງິນເປັນມື້ ມື້ລະ 60.000 ກີບ, ສ່ວນບ່ອນເຮັດວຽກດັ່ງກ່າວ ເເມ່ນມີແຕ່ທ້າວ ທິດ ( ຜູ້ເສຍຊີວິດ ) ນອນຄົນດຽວຢູ່ໃນຕູບ.

ຕົກມາຮອດເດືອນມັງກອນ ປີ 2023 ໄດ້ມີ ທ້າວ ທິດ ( ຜູ້ເສຍຊີວິດ ) ອາຍຸປະມານ 43 ປີ ບໍ່ຊາບທີ່ຢູ່ ຍ່າງມາຕາມທາງ ພໍມາຮອດບ່ອນທີ່ຕົນ ກັບ ຜົວ ເຮັດວຽກ ຜູ້ກ່ຽວແມ່ນໄດ້ມາຂໍເຮັດວຽກນຳ ເນື່ອງຈາກວ່າ ຜູ້ກ່ຽວບໍ່ມີບ່ອນໄປ ຍ້ອນຄວາມອີ່ຕົນ, ຜູ້ກ່ຽວ ເຮັດວຽກນຳໂດຍໃຫ້ເງິນເປັນມື້ ມື້ລະ 60.000 ກີບ, ສ່ວນບ່ອນເຮັດວຽກດັ່ງກ່າວ ເເມ່ນມີແຕ່ທ້າວ ທິດ ( ຜູ້ເສຍຊີວິດ ) ນອນຄົນດຽວຢູ່ໃນຕູບ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...