Homeຂ່າວອຸບັດຕິເຫດອຸບັດຕິເຫດລົດຈັກຕຳລົດບັນທຸກ

ອຸບັດຕິເຫດລົດຈັກຕຳລົດບັນທຸກ

Published on

ໃນເວລາ 23 ໂມງ 35 ນາທີ ຂອງວັນທີ 05 ມີນາ 2023 ທີ່ຜ່ານມາ, ໄດ້ເກີດອຸບັດຕິເຫດ ຢູ່ເສັ້ນທາງ ທະໜົນ R4 ຂອບເຂດບ້ານ ຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ ລະຫ່ວາງລົດຈັກຍີ່ຫໍ້ ຢ່າມາຮາ ສີຟ້າ ບໍ່ມີທະບຽນ ຂັບຂີ່ໂດຍ: ທ້າວ ນຸ ແກ້ວມະນີ ອາຍຸ 18 ປີ ອາຊີບ ນັກຮຽນ ປະຈຸບັນຢູ່ບ້ານດອນຫຼຶງ ເມືອງປາກລາຍ ແຂວງໄຊຍະບູລີ ຕຳທ້າຍລົດບັນທຸກ 12 ລໍ້ທີ່ຈອດໄວ້ຂ້າງທາງ, ຜູ້ຊ້ອນທ້າຍຊື່ ທ້າວ ສຸພະໄຊ ໄຊຍະເດດ ອາຍຸ 17 ປີ ອາຊີບນັກຮຽນ ຢູ່ບ້ານ ແສງລາຍ ເມືອງປາກລາຍ ແຂວງໄຊຍະບູລີ ຕຳໃສ່ທ້າຍລົດບັນທຸກ 12 ລໍ້ຍີ່ຫໍ້ ຟູໂຊ ສີຂຽວ ໝາຍເລກທະບຽນ ບກ 0655 ໄຊຍະບູລີ ຂັບຂີ່ໂດຍ ທ້າວ ສົມ ໄຊຍະລາດ ອາຍຸ 47 ປີ ອາຊີບຂັບລົດ ຢູ່ບ້ານ ຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ.

ຜົນເສຍຫາຍ ຈາກການເກີດອຸບັດຕິເຫດໃນຄັ້ງນີ້: ພາຫານະເປ່ເພທັງໝົດ 02 ຄັນຄື:ລົດ ບັນທຸກ 12 ລໍ ແລະ ລົດຈັກ,ລົດເປ່ເພສົມຄວນ 01 ຄັນຄື:ລົດຈັກ.ຄົນເສຍຊີວິດຄາທີ່ຈຳນວນ 02 ຄົນ ຄື: ທ້າວ ນຸ ແກ້ວມະນີ ອາຍຸ 18 ປີ ອາຊີບນັກຮຽນ ຢູ່ບ້ານດອນຫຼຶງ ເມືອງປາກລາຍ ແຂວງໄຊຍະບູລີ, ທ້າວ ສຸພະໄຊ ໄຊຍະເດດ ອາຍ 17 ປີ ອາຊີບນັກຮຽນ ຢູ່ບ້ານແສງລາຍ ເມືອງປາກລາຍ ແຂວງໄຊຍະບູລີສະພາບສະຖານທີ່ເກີດອຸບັດຕິເຫດ ເປັນເສັ້ນທາງຊື່ ປູຢາງ ແລະ ເປັນກາງຄືນອາກາດມືດມົວ ສາເຫດທີ່ພາໃຫ້ເກີດ ອຸບັດຕິເຫດໃນຄັ້ງນີ້: ແມ່ນຍ້ອນ ທ້າວ ສົມໄຊຍະລາດ ຈອດລົດໄວ້ບ່ອນຫ້າມຈອດ,ແລະ ບໍ່ຕິດປ້າຍຫຼືເຄື່ອງໝາຍສຸກເສີນໄວ້.

ຂ່າວ:ບຸນສີ ພາດີ ນັກຂ່າວປກສເມືອງປາກລາຍລາຍງານ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...