spot_img
Homeຂ່າວທ້ອງຖິ່ນງານບຸນຟົດ ແມ່ນເອກະລັກພິເສດຂອງເຜົ່າກະສັກ

ງານບຸນຟົດ ແມ່ນເອກະລັກພິເສດຂອງເຜົ່າກະສັກ

Published on

ວັນທີ 6 ມີນາ 2023 ນີ້, ຢູ່ທີ່ບ້ານກີ່ວຈະລວງ ເມືອງຊຽງເງິນ ແຂວງຫຼວງພະບາງ ໄດ້ຈັດງານບຸນຟົດຂອງເຜົ່າກະສັກ ປະຈຳປີ 2022 ຂື້ນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ, ມີ ທ່ານ ສັກ ຕາວັນທອນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ຄະນະຮັບຜິດຊອບຊີ້ນຳບ້ານ, ອົງການຈັດບ້ານ, ເຖົ້າແກ່ແນວໂຮມ ແລະ ພີ່ນ້ອງຊົນເຜົ່າກະສັກເຂົ້າຮ່ວມ.

ພາຍໃນງານແມ່ນໄດ້ມີການແຫ່ຂະບວນການຕ່ອຍເກີ່ງອ້ອມບ້ານ, ຈາກນັ້ນແມ່ນໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຂະບວນການຕ່ອຍເກີງຈາກບັນດາບ້ານ, ການຟ້ອນດາບ-ຄາບໄຫ ຂອງບ້ານເຈົ້າພາບກີ່ວຈະລວງ, ທ່ານຄຳຫຼ້າ ຈິດຕະໄພ ຕາງໜ້າເຜົ່າກະສັກ ໄດ້ລາຍງານປະຫັວດຄວາມເປັນມາຂອງການຈັດບຸນຟົດ ຂອງເຜົ່າກະສັກວ່າ: ພໍເຖີງເດືອນສີ່ລາວ ຂອງທຸກປີ ພີ່ນ້ອງເຜົ່າກະສັກກໍ່ໄດ້ມີການຫ້າງຫາກະກຽມເງື່ອນໄຂຕ່າງໆ ເພື່ອຈັດຕັ້ງກັນຫຼີ້ນບຸນຟົດ ( ບຸນປີໃໝ່ ) ຂອງຕົນ.

ບຸນຟົດ ແມ່ນບຸນປາງໜື່ງທີ່ ເປັນເອກະລັກພິເສດຂອງເຜົ່າກະສັກ ເຊີ່ງເຄີຍຈັດຕັ້ງການຫຼີ້ນມ່ວນເປັນປະຈຳແຕ່ລະປີບໍ່ໄດ້ຂາດ ເປັນຕົ້ນກໍ່ແມ່ນຊາວບ້ານກີ່ວຈະລວງ ທີ່ເຄີຍປະຕິບັດກັນມາຫຼາຍເຊັ່ນຄົນແລ້ວ, ໂດຍມີສ່ວນຮ່ວມຈາກຊາວບ້ານອ້ອມຂ້າງພາຍໃນກຸ່ມບ້ານກີ່ວຫຍ້າເຊັ່ນ: ບ້ານພູຂວາ, ຫ້ວຍເຮ້ຍ, ກີ່ວໝາກນາວ, ກີ່ວຫຍ້າ ແລະ ບ້ານແສນອຸດົມ. ຄຳວ່າບຸນຟົດ ນັ້ນກໍ່ເນື່ອງຈາກວ່າເປັນງານບຸນທີ່ມີບັນຍາກາດຟົດຟື້ນທີ່ສຸດ ຟົດຟື້ນກ່ວາງານບຸນອື່ນໆຂອງຊົນເຜົ່າກະສັກ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍມານີ້, ໂດຍພາຍໃຕ້ການນຳພາຂອງພັກ ໄດ້ມີແນວທາງນະໂຍບາຍປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ, ວັດທະນະທຳທີ່ເປັນເອກະລັກຂອງຊາດກໍ່ຄື: ຂອງບັນດາເຜົ່າ ອັນເປັນເງື່ອນໄຂໃຫ້ແກ່ຊົນເຜົ່າກະສັກໄດ້ຟື້ນຟູ- ປົກປັກຮັກສາສົ່ງເສີມສີລະປະພື້ນເມືອງຂອງຊົນເຜົ່າກະສັກ ໃຫ້ມີການພັດທະນາຂື່ນເລື້ອຍໆ ເຮັດໃຫ້ໜ່ວຍວັນນະຄະດີບ້ານກີ່ວຈະລວງ ໄດ້ເປັນຕົວແທນຂອງເມືອງຊຽງເງິນ ເຂົ້າຮ່ວມງານສຳຄັນຂອງແຂວງຫຼວງພະບາງມາແລ້ວຫຼາຍຄັ້ງ ຊື່ງເປັນການເຜີຍແຜ່ສິລະປະການຕ່ອຍເກີງ ການຟ້ອນດາບ- ຄາບໄຫ ຂອງຊົນເຜົ່າກະສັກ.

ໃນໂອກາດທີ່ມີຄວາມໝາຍສຳຄັນ ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ ຍັງໄດ້ກ່າວອວຍພອນອັນປະເສີດແກ່ພີ່ນ້ອງເຜົ່າກະສັກທຸກຖ້ວນໜ້າ, ບັນດາເຈົ້າກົກເຈົ້າເຫຼົ່າ, ຜູ້ຊົງຄຸນວຸດທິ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ, ອາຍຸຍືນຍາວ ແລະ ຮັ່ງມີ ແລະ ຈົ່ງສືບຕໍ່ເປັນຫຼັກແຫຼ່ງການເຕົ້າໂຮມຄວາມສາມັກຄີເຜົ່າ ເປັນປຶກແຜ່ນແໜ້ນໜາ, ພ້ອມທັງຮຽກຮ້ອງມາຍັງພີ່ນ້ອງເຜົ່າກະສັກທຸກຖ້ວນໜ້າ ຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືທ້ອງຖິ່ນ, ພ້ອມກັນສືບຕໍ່ປະຕິບັດເນື້ອໃນຈິດໃຈກໍ່ຄືຄາດໝາຍທີ່ມະຕິກອງປະຊຸມໃຫ່ຍຂັ້ນຕ່າງໆຂອງພັກ ໃຫ້ປະສົບຜົນສຳເລັດ ແລະ ເກີດດອກອອກຜົນເປັນຢ່າງດີ. ຈາກນັ້ນໜ່ວຍສິລະປະແຕ່ລະບ້ານກໍ່ໄດ້ແຫ່ຂະບວນຕ່ອຍເກີງຂື້ນໄປຫາຫໍບູຊາ ແລະ ທຳພິທີທາງສາສະໜາຕາມຮີດຄອງປະເພນີອັນດີງາມຂອງເຜົ່າ ແລະ ມີການຄົບງັນມ່ວນຊື່ນຕະຫຼອດຄືນ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...