Homeອຸບັດເຫດແລະປາກົດການຫຍໍ້ທໍ້ແກ໊ງປຸ້ນຊັບຕົວອັນຕະລາຍ ໄປບໍ່ມົ້ມ ຖືກ ປກສ ໄຊເສດຖາ ຈັບ!

ແກ໊ງປຸ້ນຊັບຕົວອັນຕະລາຍ ໄປບໍ່ມົ້ມ ຖືກ ປກສ ໄຊເສດຖາ ຈັບ!

Published on

dangerous gang 1

 

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:ພາຍຫລັງ ໄດ້ຮັບລາຍງານຈາກພົນລະເມືອງດີ

ວ່າມີໄວລຸ້ນກຸ່ມໜຶ່ງ ອາໄສຢູ່ເຂດບ້ານຊຳເຄ້ ເມືອງໄຊເສດຖາ ເຄື່ອນໄຫວຜິດປົກກະຕິ, ຈຶ່ງຈັດກຳລັງລົງຕິດຕາມ

ແລະ ຮູ້ວ່າ ໄວໜຸ່ມກຸ່ມດັ່ງກ່າວແມ່ນຂະບວນການປຸ້ນຊັບຕົວອັນຕະລາຍ, ຈຶ່ງໄດ້ຈັບຕົວມາດຳເນີນຄະດີຕາມກົດ

ໝາຍ, ມີຜູ້ຕ້ອງຫາຄື ທ້າວ ສົມສະໜຸກ (ຕານ້ອຍ) ອາຍຸ 27 ປີ, ທ້າວ ສຸດທານີ (ຈອນນີ) ອາຍຸ 28 ປີ ຢູ່ບ້ານສີສັງ

ວອນ, ທ້າວ ວິລະກອນ ອາຍຸ 19 ປີ, ນາງ ພອນປະ ສົງ ອາຍຸ 19 ປີ ຢູ່ບ້ານທາດຫລວງກາງ ແລະ ນາງ ໂບ ອາຍຸ 19 ປີ

ຢູ່ບ້ານໂພນທອງ ເມືອງ ໄຊເສດຖາ ແລະ ກວດຄົ້ນເຮືອນພົບຢາບ້າ 345 ເມັດ, ລົດຈັກ 5 ຄັນ, ສີ້ນສ່ວນອາໄຫລລົດ

ຈັກຫລາຍປະເພດ, ປືນໜຶ່ງກະບອກ, ພ້ອມກະສູນຈຳນວນໜຶ່ງ, ເຄື່ອງຊ໋ອດໄຟຟ້າ, ງ້າວ, ຄອມພິວເຕີໂນດບຸກ,

ອຸປະກອນເສບຢາເສບຕິດ, ໂທລະສັບ ແລະ ເງິນຈຳນວນໜຶ່ງ, ເຊິ່ງຄາດວ່າໄດ້ຈາກການປຸ້ນຊັບຂອງພົນລະເມືອງ,

ເຈົ້າໜ້າທີ່ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມກົດໝາຍ.

 

ຂ່າວໃຫ້ຮູ້ອີກວ່າ: ເມື່ອບໍ່ດົນມານີ້, ສານນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ໄຊຍະສິດ ອາຍຸ 24 ປີຢູ່ບ້ານ

ດົງຄຳຊ້າງ ເມືອງຫາດຊາຍຟອງ ຈຳຄຸກເປັນເວລາ 4 ປີເຄິ່ງ, ພ້ອມປັບໃໝ 4 ລ້ານກີບ, ທ້າວ ຍຸດທະກອນ ອາຍຸ 24

ປີ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ຈຳຄຸກ 3 ປີເຄິ່ງພ້ອມປັບໃໝ 5 ລ້ານ ກີບ, ທ້າວ ອິນທະພອນ ອາຍຸ 26 ປີ

ຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກຈຳຄຸກ 2 ປີເຄິ່ງພ້ອມ ປັບໃໝ 2,8 ລ້ານກີບ, ທ້າວ ທະນູເພັດ ອາຍຸ 27 ປີ

ພັກເຊົາຢູ່ ບ້ານສະພານທອງ ເມືອງສີສັດຕະນາກ ຈຳຄຸກ 3 ປີ 9 ເດືອນພ້ອມ ໃໝ 5​ ລ້ານກີບ, ທ້າວ ພູວົງ ອາຍຸ 38

ປີຢູ່ບ້ານສະພັງມຶກ ເມືອງໄຊທານີ ແລະ ທ້າວ ພອນທະວີ ໄຊ ອາຍຸ 21 ປີ ຢູ່ບ້ານໂພນທັນ, ເມືອງສີສັດຕະນາກຈຳຄຸກ

ຜູ້ລະໜຶ່ງປີ ແລະ ປັບໃໝ 3 ລ້ານ ກີບ, ໃນຂໍ້ຫາລັກຊັບພົນລະເມືອງ. ໂດຍພວກເຂົາໄດ້ຮ່ວມກັນເຄື່ອນໄຫວລັກລົດ

ຈັກ, ລັກຄອມພິວເຕີໂນດບຸກ, ໂທລະສັບ ແລະ ຊັບສິນ ອື່ນໆຢູ່ຕາມສະຖານທີ່ສາທາລະນະ, ງັດແງະເຮືອນຊານ ແລະ

ຫ້ອງແຖວເຊົ່າໃນຕົວເມືອງຫລາຍຄັ້ງ ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີໄດ້ເມື່ອທ້າຍປີ 2013 ຜ່ານມາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...