Homeຂ່າວພາຍ​ໃນຂົວມິດຕະພາບລາວ-ໄທແຫ່ງທີ 1 ເລັ່ງຕິດຕັ້ງຕູ້ຈ້ຳແຈ້ງເອກະສານເພີ່ມ

ຂົວມິດຕະພາບລາວ-ໄທແຫ່ງທີ 1 ເລັ່ງຕິດຕັ້ງຕູ້ຈ້ຳແຈ້ງເອກະສານເພີ່ມ

Published on

ປັດຈຸບັນການເຂົ້າ-ອອກ ຂອງຜູ້ໂດຍສານຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ມີປະມານ 6-7 ພັນກ່ວາຄົນຕໍ່ວັນ ແລະ ມີ ພາຫະນະເຂົ້າ-ອອກປະມານ 1000 ກ່ວາຄົນຕໍ່ວັນ ທ່ານ ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານຕໍາຫຼວດກວດກາຄົນ ເຂົ້າອອກເມືອງ ສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໃຫ້ສໍາພາດໃນວັນທີ 1 ມີນາ 2023 ວ່າ: ສໍາລັບຂອດການບໍລິການຜູ້ໂດຍສານ ເຂົ້າ-ອອກ ຢູ່ໃນດ່ານໂດຍພື້ນຖານແລ້ວແມ່ນປະຕິບັດຕາມກົດໝາຍວ່າດ້ວຍການ ເຂົ້າ-ອອກເມືອງ ແລະ ລະບຽບການຕ່າງໆຂອງ ຂະແໜງການກ່ຽວຂ້ອງວາງອອກ ເຊິ່ງປັດຈຸບັນການເຂົ້າ-ອອກຂອງຜູ້ໂດຍສານ ແລະ ພາຫະນະແມ່ນກັບສູ່ສະພາບປົກກະຕິແລ້ວ ແລະ ການບໍລິການອໍານວຍຄວາມສະດວກແມ່ນມີຄວາມຄ່ອງຕົວຫຼາຍກ່ວາເກົ່າ ແລະ ຫຼຸດຜ່ອນການອັ່ງອໍ ແອອັດຂອງຄົນເຂົ້າອອກຫຼາຍພໍສົມຄວນຖ້າ ທຽບໃສ່ເມື່ອກ່ອນ ການເຂົ້າ-ອອກຂອງຜູ້ໂດຍສານສະເລ່ຍມື້ໜຶ່ງມີປະມານ 6-7 ພັນກ່ວາຄົນ ສ່ວນພາຫະນະເຂົ້າ-ອອກແມ່ນມີປະມານ 1000 ກ່ວາຄົນຕໍ່ວັນ ໂດຍສະເພາະວັນພັກລັດຖະການ ຫຼື ເທສະການຕ່າງໆ.

ໃນໄລຍະ 1 ປີ ຜ່ານມາໄດ້ປັບປຸງພື້ນຖານໂຄງລ່າງຂອງດ່ານຕາມມະຕິຕົກລົງຂອງອົງການປົກຄອງ ນວ ຄັ້ງທີ 34 ແລະ ແຜນການປັບປຸງ ພື້ນຖານໂຄງລ່າງດ່ານຕາມແຜນແມ່ບົດການປັບປຸງດ່ານໃນແຕ່ລະໄລຍະ ມາຮອດປັດຈຸບັນໄດ້ເຮັດສໍາເລັດບາງໜ້າວຽກໂດຍພື້ນຖານເຊັ່ນ ໄດ້ເລີກຮື້ບັນດາຫ້າງຮ້ານຢູ່ພາຍໃນຕຶກອາຄານໄດ້ 95% ຕິດຕັ້ງຕູ້ຈ້ຳແຈ້ງເອກະສານຂອງຂະແໜງການປິ່ນອ້ອມຢູ່ພາຍໃນດ່ານສໍາເລັດປະມານ 85% ລວມມີທັງໝົດ ຖ້າສໍາເລັດການຕິດຕັ້ງຈະມີຜູ້ໃຫ້ບໍລິການຈ້ຳແຈ້ງເອກະສານທັງໝົດ 24 ຕູ້ ເພີ່ມຂຶ້ນ 12 ຕູ້ ຈະສາມາດອໍານວຍຄວາມ ສະດວກໃຫ້ແກ່ຜູ້ເຂົ້າອອກຫຼາຍພໍສົມຄວນ ການຕິດຕັ້ງຕູ້ດັ່ງກ່າວຄາດວ່າຈະໃຫ້ສໍາເລັດກ່ອນບຸນປີໃໝ່ລາວ ພ້ອມກັນນັ້ນກໍໄດ້ປັບປຸງຈັດສັນ ສະຖານທີ່ຈອດລົດພາຍໃນດ່ານຄືນໃໝ່ທັງໝົດ ປັບປຸງທັດສະນີຍະພາບຂອງດ່ານໃຫ້ສອດຄ່ອງກັບ 6 ສ ຂອງ ນວ ວາງອອກໂດຍສະເພາະ ສ ສີຂຽວ ປັດຈຸບັນພວມເລັ່ງໃສ່ການແຕ້ມເສັ້ນຈາລາຈອນ ເພື່ອກໍານົດທິດທາງການ ເຂົ້າ-ອອກ ຂອງພາຫະນະໃຫ້ມີຄວາມຄ່ອງຕົວ.

ນອກຈາກນີ້ ໄດ້ກະກຽມຕ້ອນຮັບນັກທ່ອງທ່ຽວທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ ເຊິ່ງທາງຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງ ທີ 1 ໄດ້ມີແຜນລະອຽດແລ້ວໂດຍມອບໃຫ້ຂະແຫນງການກ່ຽວຂ້ອງເປັນຜູ້ອໍານວຍຄວາມສະດວກໃນການຕ້ອນຮັບນັກທ່ອງທຽວ ໂດຍໄດ້ ກຽມຄວາມພ້ອມດ້ານສະຖານທີ່ ບຸກຄະລາກອນ ພາຫະນະຕ່າງໆລວມທັງຂອດບໍລິການອື່ນໆ ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າ-ອອກ ຜ່ານດ່ານເພີ່ມຂຶ້ນປະມານ 8 ພັນ ຫາ 10 ພັນຄົນຕໍ່ວັນ.

ແຫຼ່ງຂ່າວ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...