spot_img
Homeຂ່າວທ້ອງຖິ່ນຄຶກຄື້ນ! ເທດສະການບຸນຜີໂຂນ ເມືອງປາກລາຍ ປີ 2023

ຄຶກຄື້ນ! ເທດສະການບຸນຜີໂຂນ ເມືອງປາກລາຍ ປີ 2023

Published on

ໃນຕອນເຊົ້າຂອງວັນທີ 5 ມີນາ 2023 ທີ່ເດີນກິລາເມືອງປາກລາຍ ໄດ້ມີພິທີເປີດງານເທດສະການບຸນຜີໂຂນ ປະຈຳປີ 2023 ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ກອງສີ ວົງສີ ເຈົ້າເມືອງ ເມືອງປາກລາຍ ພ້ອມບັນດາພາກສ່ວນທີ່ກ່ຽວຂ້ອງຈົນໄປເຖິງພໍ່ແມ່ປະຊາຊົນແຕ່ລະບ້ານພາຍໃນເມືອງປາກລາຍ.

ບຸນຜີໂຂນ ຖືໄດ້ວ່າເປັນອີກໜຶ່ງງານເທດສະການທີ່ໃຫຍ່ໃນແຂວງໄຊຍະບູລີ ເຊິ່ງປີນີ້ຈັດຂຶ້ນລະຫວ່າງວັນທີ 2-6 ມີນາ 2023.

ການຈັດບຸນຜີໂຂນກໍເພື່ອສືບທອດຮີດຄອງປະເພນີ ແລະວັດທະນາທຳອັນດີງາມ ບໍ່ໃຫ້ຫາຍໄປກັບການເວລາ ແລະກໍເພື່ອສ້າງຄວາມສາມັກຄີຂອງພໍ່ແມ່ປະຊາຊົນໃນບ້ານເມືອງ ໃຫ້ຮູ້ຈັກຊ່ວຍເຫຼືອເຊິ່ງກັນ ແລະກັນ, ເປັນມິດທີ່ດີຕໍ່ກັນ.

.

ຂ່າວ ແລະ ພາບ: ທີມງານລາວໂພສ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...