spot_img
Homeຂ່າວເຫດການພົບສົບຄົນໂດດລົງນ້ຳກ້ອງຂົວຂ້າມນ້ຳຂອງແລ້ວ

ພົບສົບຄົນໂດດລົງນ້ຳກ້ອງຂົວຂ້າມນ້ຳຂອງແລ້ວ

Published on

ໃນວັນທີ 2 ມີນາ 2023 ເກີດເຫດຄົນໂດດລົງນ້ຳກ້ອງຂົວຂ້າມນ້ຳຂອງ ທີ່ບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເຊິ່ງຫຼ້າສຸດໄດ້ພົບສົບແລ້ວ ໃນວັນທີ 4 ມີນາ 2023.

ເຊິ່ງຜູ້ໃຊ້ເຟສບຸກ Nitsa psn ໄດ້ໂພສວ່າ: ຂ້າພະເຈົ້າໃນນາມ ເອື້ອຍຮັກກັບຜູ້ເສຍຊີວິດ ຄົນບ້ານດຽວກັນ
ຂໍຂອບໃຈໝູ່ຄູ່ ອ້າຍເອື້ອຍນ້ອງທຸກຄົນທີ່ຊ່ວຍເຫຼືອ ກິນທານນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ບຸນກຸສົນທີ່ທຸກຄົນໄດ້ເຮັດໄດ້ສ້າງໃນມື້ນີ້ືເປັນສະພານບຸນໃຫ້ທ້າວ ບຸນທະວີ ຫຼື ທ້າວຫຳນ້ອຍ ອາຍຸ 20 ປີ ບ້ານນາແກ ແຂວງສະຫວັນນະເຂດ ຂໍໃຫ້ ໄປເກີດດີເຖິງສຸກ ເກີດໃນພົບພູມທີ່ດີ ແລະຂໍຂອບໃຈທຸກຄົນທຸກພາກສ່ວນທີ່ຊ່ອຍເຫຼືອຕັ້ງແຕ່ຕົ້ນຈົນຈົບ ຈົນພົບສົບໃນມື້ນີີ້.

ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...