spot_img
Homeຂ່າວພາຍ​ໃນທະຫານລາວ-ຣັດເຊຍ ໄດ້ເກັບກູ້ລະເບີດບໍ່ທັນແຕກ 158 ໜ່ວຍ

ທະຫານລາວ-ຣັດເຊຍ ໄດ້ເກັບກູ້ລະເບີດບໍ່ທັນແຕກ 158 ໜ່ວຍ

Published on

ທະຫານລາວ ແລະ ຣັດເຊຍ ໄດ້ເກັບກູ້ລະເບີດບໍ່ທັນແຕກ 158 ໜ່ວຍ ຈາກເນື້ອທີ່ 29,2 ເຮັກຕາ ເມືອງນາກາຍ ແຂວງຄໍາມ່ວນ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 1 ເດືອນ ພາຍໃຕ້ ການຮ່ວມມືຂອງທັງສອງກອງທັບ.

ການສໍາຫຼວດ ແລະ ເກັບກູ້ ເປັນສ່ວນໜຶ່ງຂອງແຜນການທີ່ຈັດຕັ້ງປະຕິບັດຂຶ້ນໂດຍກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດຣັດເຊຍ ແລະ ໄດ້ລົງພື້ນທີ່ບໍລິເວນ ອະນຸສາວະລີເຈົ້າເພັດສະລາດ, ໂຮງຮຽນມັດທະຍົມນາກາຍ ແລະ ສະໜາມຂະຫຍາຍຜັງເມືອງໃໝ່ ແລະ ໄດ້ຖືກປະກາດວ່າເປັນເຂດປາສະຈາກ ລະເບີດບໍ່ທັນແຕກ ໃນທີ່ສຸດ.

ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານໃຫ້ລາຍລະອຽດວ່າ: ການກວດສະໜາມອະນຸສອນເຈົ້າເພັດສະລາດເນື້ອທີ່ 22.583 ຕາແມັດ ລະເບີດທີ່ກວດພົບ ລູກປືນຄົກ 60 ມມ 1 ລູກ, ເສດສະເກັດ 520 ຊິ້ນສ່ວນ ແລະ ເຫຼັກເສດທົ່ວໄປ 14.258 ຊິ້ນສ່ວນ, ກວດສະໜາມໂຮງຮຽນມັດທະຍົມຕົ້ນນາກາຍເນື້ອທີ່ 16.315 ຕາແມັດ ລະເບີດທີ່ກວດພົບ: blu 26: 4 ໜ່ວຍ, blu 3b: 1 ໜ່ວຍ, ເສດສະເກັດ 215 ຊິ້ນສ່ວນ ແລະ ເຫຼັກເສດທົ່ວໄປ 250 ຊິ້ນສ່ວນ, ກວດສະໜາມເສັ້ນທາງໂຮງຮຽນ ມັດທະຍົມຕົ້ນ ຫາມັດທະຍົມ ປາຍນາກາຍ ເນື້ອທີ່ 3,112 ຕາແມັດ ລະເບີດທີ່ກວດພົບ blu 26: 1 ໜ່ວຍ, blu 3b: 1 ໜ່ວຍ, ເສດສະເກັດ 125 ຊິ້ນສ່ວນ ແລະ ເຫຼັກເສດທົ່ວໄປ 270 ຊິ້ນສ່ວນ, ທໍາລາຍລະເບີດສຸກເສີນຕາມການແຈ້ງຂອງປະຊາຊົນ 2 ຄັ້ງ: ລະເບີດ: BLU 26: 1 ໜ່ວຍ ແລະ BLU3: 1 ໜ່ວຍ, ການຈັດຕັ້ງປະຕິບັດການກວດກູ້ລະເບີດ ຂອງກໍາລັງ ເພື່ອນ ຣັດເຊຍ 17 ມັງກອນ 2023 – 22 ກຸມພາ 2023 ການກວດກູ້ສະໜາມຂະຫຍາຍຜັງເມືອງໃໝ່ ກວດກູ້ເນື້ອທີ່ໄດ້ 107.781 ຕາແມັດລະເບີດທີ່ກວດພົບ: ລູກປືນຄົກ 60 ມມ: 1 ລູກ, ລູກຈະຫຼວດ 2,75 ນິ້ວ: 13 ລູກ, ລູກຈະຫຼວດ 57 ມມ: 2 ລູກ, ເສດສະເກັດ: 4570 ຊິ້ນສ່ວນ ແລະ ເສດເຫຼັກທົ່ວໄປ: 9,150 ຊິ້ນສ່ວນ, ລວມເນື້ອທີ່ທັງໝົດຝ່າຍລາວ ແລະ ຮັດ ເຊຍ ກວດໄດ້: 29,2 ເຮັກຕາ, ລວມລະເບີດທັງຫມົດ: 158 ໜ່ວຍ ແລະ ໄດ້ກວດກາຄຸນນະພາບຮ່ວມກັບເພື່ອນຣັດເຊຍ ໃນ 3 ສະໜາມສໍາເລັດ ແລະ ຮັບປະກັນ 100% ໂຄງການເກັບກູ້ລະເບີດບໍ່ທັນແຕກຂອງກອງທັບຣັດເຊຍໃນລາວ ເລີ່ມຕົ້ນຕັ້ງແຕ່ ປີ 2018 ຢູ່ທີ່ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ ມາຮອດປັດຈຸບັນ ມີພື້ນທີ່ປູກຝັງ ແລະ ພື້ນທີ່ ອື່ນໆ ຫຼາຍຮ້ອຍເຮັກຕາ ໄດ້ຮັບການຟື້ນຟູໃຫ້ກັບມາເປັນປົກກະຕິ ແລະ ໄດ້ທໍາລາຍອຸປະກອນທີ່ຍັງບໍ່ລະເບີດ ຫຼາຍກວ່າ 3.000 ຢ່າງ.

ນອກນີ້ທີມເກັບກູ້ລະເບີດຂອງຣັດເຊຍ ຍັງໄດ້ເປີດຫ້ອງຮຽນພິເສດໃຫ້ແກ່ປະຊາຊົນໃນຊຸມຊົນທ້ອງຖິ່ນ ເພື່ອສອນເຂົາເຈົ້າວ່າຈະເຮັດແນວໃດ ຖ້າພວກເຂົາພົບເຫັນລະເບີດທີ່ຍັງບໍ່ທັນແຕກ.

ແຫຼ່ງຂ່າວ ວຽງຈັນທາຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...