spot_img
Homeຂ່າວພາຍ​ໃນຊີ້ແຈງ! ກໍລະນີເກັບເງິນຈັດງານເທດສະການບຸນຜີໂຂນ ປະຈໍາປີ 2023

ຊີ້ແຈງ! ກໍລະນີເກັບເງິນຈັດງານເທດສະການບຸນຜີໂຂນ ປະຈໍາປີ 2023

Published on

ຈາກກໍລະນີທີ່ເຈົ້າເມືອງປາກລາຍ, ແຂວງໄຊຍະບູລີ ໄດ້ອອກແຈ້ງການ ສະບັບເລກທີ 297/ຈມປລ, ລົງວັນທີ 28 ກຸມພາ 2023 ໃຫ້ເກັບເງິນນໍາພະນັກງານ-ລັດຖະກອນ ແລະ ກໍາລັງປະກອບອາວຸດພາຍໃນເມືອງ ເພື່ອເປັນການປະກອບສ່ວນທຶນສົມທົບຈັດງານເທດສະການບຸນຜີໂຂນ ປະຈໍາປີ 2023 ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເກີດມີຫາງສຽງໃນຫຼາຍໆດ້ານ.

​ຕໍ່ກັບຫາງສຽງດັ່ງກ່າວ, ທ່ານ ກອງສີ ວົງສີ, ເຈົ້າເມືອງປາກລາຍ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ມີນາ ກ່ຽວກັບລາຍລະອຽດກ່ຽວກັບບຸນພະເວດຜີໂຂນຢູ່ເມືອງປາກລາຍ ປະຈໍາປີ 2023 ນີ້ ທີ່ຈັດຂຶ້ນໃນລະຫວ່າງວັນທີ 2-6 ມີນານີ້ ແມ່ນຍິ່ງໃຫຍ່ ແລະ ມີຫຼາຍກິດຈະກໍາ.

ເນື່ອງຈາກເທດສະການບຸນຜີໂຂນ ປະຈໍາປີ 2023 ຈັດຂຶ້ນຢ່າງຍິ່ງໃຫຍ່, ແຕ່ງົບປະມານຂອງເມືອງມີຈໍາກັດ, ດັ່ງນັ້ນ ຄະນະປະຈໍາພັກເມືອງໄດ້ປະຊຸມປຶກສາຫາລືກັນຫລາຍຄັ້ງ, ລວມເຖີງໄດ້ປະຊຸມເພື່ອຕົກລົງເຫັນດີຮ່ວມກັບບັນດາຜູ້ຕາງໜ້າອົງການປົກຄອງບ້ານພາຍໃນເທດສະບານເມືອງຮຽບຮ້ອຍແລ້ວ ຈິ່ງອອກແຈ້ງການເກັບເງິນສົມທົບທຶນການຈັດງານດັ່ງກ່າວນໍາພະນັກງານ-ລັດຖະກອນ ແລະ ກໍາລັງປະກອບອາວຸດ, ລວມເຖີງຂໍການສະໜັບສະໜູນຈາກບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນຢູ່ບັນດາບ້ານພາຍໃນເທດສະບານເມືອງ ເຊີ່ງທ່ານຢືນຢັນວ່າ: ທຸກຄົນແມ່ນເຫັນດີເຫັນພ້ອມໃຫ້ເກັບເງິນສົມທົບທຶນໃນຄັ້ງນີ້ ຍ້ອນບໍ່ມີລາຍຮັບທາງອື່ນອີກແລ້ວ ແລະ ໃນການຈັດງານຜ່ານມາກໍ່ເຄີຍມີການຂໍສະໜັບສະໜູນລັກສະນະແບບດຽວກັນນີ້ມາແລ້ວຫຼາຍຄັ້ງ ເພື່ອແນໃສ່ຮ່ວມກັນສືບທອດ ແລະ ປົກປັກຮັກສາບຸນຜີໂຂນຂອງເມືອງໄວ້ໃຫ້ຍືນຍົງຕະຫຼອດໄປ.

Cr. Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...