spot_img
Homeຂ່າວພາຍ​ໃນກົມຕຳຫຼວດເສດຖະກິດ ສະຫຼຸບວຽກງານວິຊາສະເພາະປະຈຳປີ 2022

ກົມຕຳຫຼວດເສດຖະກິດ ສະຫຼຸບວຽກງານວິຊາສະເພາະປະຈຳປີ 2022

Published on

ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ສະຫຼຸບວຽກ ງານວິຊາສະເພາະ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ໃນວັນທີ 23 ກຸມພາ 2023 ເປັນປະ ທານໂດຍ ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມເສດຖະກິດ, ມີບັນດາຄະນະກົມ, ພ້ອມດ້ວຍຫົວໜ້າ-ຮອງພະແນກ, ແຂກຮັບເຊີນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ กำลังยืน

ພັອ ປອ ພັນໄຊ ທຳມະສິດ ຮອງຫົວໜ້າກົມເສດຖະກິດໄດ້ຜ່ານບົດສະບຫຼຸບໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ທົ່ວປະເທດມີຄຳຮ້ອງຟ້ອງທັງໝົດ 1.647 ເລື່ອງ, ຄຳຮ້ອງຟ້ອງຄ້າງມາ 657 ເລື່ອງ, ເຂົ້າໃໝ່ 990 ເລື່ອງ, ດຳເນີນສຳເລັດ 897 ເລື່ອງ, ຍັງສືບຕໍ່ດຳເນີນ 750 ເລື່ອງ, ມີຄະດີທັງໝົດ 787 ເລື່ອງ, ຄະດີຄ້າງມາ 195 ເລື່ອງ, ຄະດີເຂົ້າໃໝ່ 592 ເລື່ອງ, ຄະດີດຳເນີນສຳເລັດ 541 ເລື່ອງ, ຄະດີຍັງສືບຕໍ່ດຳເນີນ 246 ເລື່ອງ, ຄະດີມ້າງໄດ້ 592 ເລື່ອງ, ( ທຽບໃສ່ປີ 2021 ເພີ່ມຂຶ້ນ 312 ເລື່ອງ ເທົ່າກັບ 111% ), ຜູ້ຖືກຫາ 597 ຄົນ ຍິງ 76 ຄົນ, ຕ່າງປະເທດ 7 ຄົນ. ລວມມູນຄ່າເສຍຫາຍ: ເງິນກີບ 458 ຕື້ກວ່າກີບ, ເງິນບາດ 36 ລ້ານກວ່າບາດ, ເງິນໂດລາ 15 ລ້ານກວ່າໂດລາ, 1 ລ້ານກວ່າຢວນ. ຂອງກາງທີ່ເກັບກູ້ຄືນໄດ້ທັງໝົດ: ເງິນກີບ 1 ຕື້ກວ່າ ກີບ, ( ເງິນອາຍັດໃນບັນຊີ ເງິນກີບ 1 ຕື້ກວ່າກີບ ), ເງິນບາດ 8 ລ້ານ ກວ່າບາດ, ( ເງິນອາຍັດໃນບັນຊີ 2 ລ້ານກວ່າບາດ ), ເງິນໂດລາ 41.185 ໂດລາ, ( ເງິນອາຍັດໃນບັນຊີ 39.185 ໂດລາ ), ຄຳແທ່ງ 1 ກິໂລ, ດິນ 13 ຕອນ, ໃບຕາດິນ 9 ໃບ, ລົດໃຫຍ່ 10 ຄັນ, ລົດຈັກ 3 ຄັນ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ.

ກົມຕໍາຫຼວດເສດຖະກິດ ມີຄຳຮ້ອງຟ້ອງທັງໝົດ 279 ເລື່ອງ, ຄຳຮ້ອງຟ້ອງຄ້າງມາ 69 ເລື່ອງ, ເຂົ້າໃໝ່ 217 ເລື່ອງ, ແກ້ໄຂສຳເລັດ 232 ເລື່ອງ, ຍັງສືບຕໍ່ດຳເນີນ 45 ເລື່ອງ. ຄະດີທັງໝົດມີ 70 ເລື່ອງ, ຄະດີຄ້າງມາ 8 ເລື່ອງ, ຄະດີເຂົ້າໃໝ່ 62 ເລື່ອງ, ຄະດີມ້າງໄດ້ 62 ເລື່ອງ, ຄະດີດຳເນີນສຳເລັດ 57 ເລື່ອງ, ຄະດີຍັງສືບຕໍ່ດຳເນີນ 13 ເລື່ອງ.

อาจเป็นรูปภาพของ 3 คน, ผู้คนกำลังยืน และ สถานที่ในร่ม

ສຳລັບຄະດີເສດຖະກິດທີ່ພົ້ນເດັ່ນໃນປີ 2022, ແມ່ນຄະດີ ນາງ ພອນທິບ ຫຼື ເຈ້ທິບ ພ້ອມພັກພວກ 8 ຄົນ ສໍ້ໂກງຊັບພົນລະເມືອງ ມີຜູ້ເສຍຫາຍ 1.542 ຄົນ ມູນຄ່າເສຍຫາຍ 235 ຕື້ກວ່າກີບ, ເງິນບາດ 385 ລ້ານກວ່າບາດ, ເງິນໂດລາ 5 ລ້ານກວ່າໂດລາ, ຄະດີ ນາງ ມະໄລພອນ ມູນຄ່າເສຍ ຫາຍ 91 ຕື້ກວ່າກີບ, ເງິນບາດ 34 ລ້ານກວ່າບາດ, ເງິນໂດລາ 8 ແສນ ໂດລາ ແລະ ຄະດີ ທ້າວ ຄີ ບ໋ອດວີ ມູນຄ່າເສຍຫາຍ 38 ລ້ານກວ່າບາດ ແລະ ເງິນໂດລາ 11 ລ້ານກວ່າ ໂດລາ.

อาจเป็นรูปภาพของ 1 คน และ สถานที่ในร่ม

ທິດທາງແຜນການຈຸດສຸມໃນປີ 2023, ຈະສືບເອົາໃຈໃສ່ປັບປຸງກໍ່ສ້າງກຳລັງຕຳຫຼວດເສດຖະກິດໃນຂອບເຂດທົ່ວປະເທດ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມ ສາມາດທາງດ້ານວິຊາສະເພາະຂຶ້ນເປັນກ້າວໆ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກໍາລັງຕໍາຫຼວດເສດຖະກິດໃຫ້ຫຼຸດໜ້ອຍຖອຍລົງ, ສູ້ຊົນໃນການຄົ້ນຄວ້າແກ້ໄຂ ແລະ ດຳເນີນຄະດີທາງດ້ານເສດຖະກິດທີ່ເກີດຂຶ້ນໃນຂອບ ເຂດທົ່ວປະ ເທດໃຫ້ໄດ້ 80 % ຂຶ້ນໄປ, ລົງຊຸກຍູ້ແນະນຳວຽກງານວິຊາສະ ເພາະຕາມສາຍຕັ້ງໃຫ້ພະແນກຕຳຫຼວດເສດຖະກິດໃນຂອບເຂດທົ່ວປະ ເທດ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານເຂົ້າສູ່ລະບົບ ເປັນຕົ້ນແມ່ນການຮັບຄຳຮ້ອງຟ້ອງຕ້ອງຜ່ານປະຕູດຽວ ແລະ ການດໍາເນີນຄະດີໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ຖືກຕາມຂັ້ນຕອນຂອງກົດ ໝາຍ ແລະ ຮັບປະກັນຕໍ່ວຽກງານວິຊາສະເພາະ ແລະ ສູ້ຊົນເຮັດວຽກງານສະກັດກັ້ນຕ້ານອາຊະຍາກຳທາງດ້ານເສດຖະກິດໃຫ້ໄດ້ດີກວ່າເກົ່າ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...