spot_img
Homeຂ່າວຕ່າງປະເທດອຸບັດຕິເຫດລົດໄຟຕຳກັນໃນເກຣັກ ເສຍຊີວິດແລ້ວ 26 ຄົນ

ອຸບັດຕິເຫດລົດໄຟຕຳກັນໃນເກຣັກ ເສຍຊີວິດແລ້ວ 26 ຄົນ

Published on

ທີ່ປະເທດເກຣັກ (Greece) ເກີດອຸບັດຕິເຫດລົດໄຟໂດຍສານ ແລະ ລົດໄຟບັນທຸກສິນຄ້າແລ່ນມາຕຳກັນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ.

Greece train crash: At least 26 killed, dozens hurt | khou.com

ໃນວັນທີ 1 ມີນາ 2023 ຊ່ວງເຊົ້າມືດທີ່ຜ່ານມາ ຕາມເວລາທ້ອງຖິ່ນຂອງປະເທດເກຣັກ ເກີດອຸບັດຕິເຫດລົດໄຟໂດຍສານ ແລະ ລົດໄຟບັນທຸກສິນຄ້າແລ່ນມາຕຳກັນ ໂດຍໃນລົດໄຟມີຜູ້ໂດຍສານປະມານ 350 ຄົນ ມີຜູ້ເສຍຊີວິດແລ້ວ 26 ຄົນ ແລະ ບາດເຈັບຢ່າງໜ້ອຍ 85 ຄົນ ໃນນີ້ມີຜູ້ບາດເຈັບສາຫັດ 25 ຄົນ.

ເຫດດັ່ງກ່າວເກີດຂຶ້ນທີ່ຮາງລົດໄຟໃກ້ກັບເມືອງເທັມພີ (Tempe) ພາກເໜືອຂອງປະເທດເກຣັກ ສົ່ງຜົນໃຫ້ຕູ້ລົດໄຟຫຼາຍຕູ້ຕົກຮາງ ແລະ ເກີດໄຟໄໝ້ຢ່າງໜ້ອຍ 3 ຕູ້.

ຂະນະນີ້ ເຈົ້າໜ້າທີ່ກູ້ໄພໄດ້ເຮັດວຽກກາງຄວັນຕຶບໜາ ເພື່ອຄົ້ນຫາຜູ້ທີ່ຕິດຢູ່ໃນລົດໄຟ.

Fiery train crash in Greece kills 26, dozens injured | South China Morning  Post

ໄວລຸ້ນທີ່ລອດຊີວິດຄົນໜຶ່ງ ໄດ້ບອກວ່າ ກ່ອນເກີດເຫດ ລົດໄຟໄດ້ເບກຢ່າງແຮງຈົນເຫັນປະກາຍໄຟອອກມາ ຈາກນັ້ນກໍຢຸດກະທັນຫັນ ໂດຍຕູ້ລົດໄຟຂອງລົດບໍ່ໄດ້ຕົກຮາງ ແຕ່ຕູ້ລົດໄຟທາງໜ້າແມ່ນພັງເສຍຫາຍໜັກ ແລະ ເມື່ອຕົນເອງໄດ້ເຫັນຕູ້ລົດໄຟທາງໜ້າໄຟໄໝ້ ຕົນເອງກໍຮີບໃຊ້ກະເປົາທຸບແວ່ນແຕກ ແລ້ວເອົາໂຕໜີອອກມາໄດ້.

ທາງການເກຣັກກ່າວວ່າ ເຫດການຄັ້ງນີ້ຮຸນແຮງຫຼາຍ ເຮົາກຳລັງຈັດຫາລົດເຄນ ອຸປະກອນຍົກເສດສາກ ແລະ ຕູ້ລົດໄຟ.

ແຫຼ່ງຂ່າວ ອັລຈາຊີລາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...