Homeຂ່າວພາຍ​ໃນມອບພາຫະນະທີ່ຖືກຄົນຮ້າຍລັກ ຄືນໃຫ້ເຈົ້າຂອງເດີມ.

ມອບພາຫະນະທີ່ຖືກຄົນຮ້າຍລັກ ຄືນໃຫ້ເຈົ້າຂອງເດີມ.

Published on

ຮອ ເພັດສະຫວັນ ວິໄລວົງ ຮອງຫົວໜ້າໜ່ວຍງານສືບສວນ-ສອບສວນ ປກສ ນະຄອນ ໄກສອນ ພົມວິຫານ ໃຫ້ຮູ້ວ່າ: ໃນເດືອນຕຸລາ 2022, ທາງເຈົ້າໜ້າທີ່ ປກສ ນະຄອນໄດ້ຕິດຕາມເປົ້າໜາຍທີ່ເຄື່ອນໄຫວລັກລົດຢູ່ພາຍໃນເທດສະບານນະຄອນ ໄກສອນ ພົມວິຫານ ສາມາດກັກຕົວເປົ້າໝາຍກໍ່ເຫດໄດ້ 02 ຄົນ ຄື:ທ້າວ ເວດສຸວັນ ອາຍຸ 35 ປີ ອາຊີບ ວ່າງງານ ບ້ານຈອມແກ້ວ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ແສງສຸລິຍາ ຫຼື ໂອໂມ້ ອາຍຸ 32 ປີ ອາຊີບ ວ່າງງານ ບ້ານສະພານເໜືອ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງລົດຈັກຍີ່ຫໍ້ ຮອນດ້າເວັບໄອ ສີຟ້າປອນ ທີ່ພວກກ່ຽວທັງ 02 ໄດ້ລັກມາ.ຈາກນັ້ນທາງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ໄດ້ສອບສວນຂະຫຍາຍຜົນ, ເຊິ່ງຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໄດ້ຮ່ວມກັນເຄື່ອນໄຫວລົງມືລັກລົດຈັກຢູ່ໃນເທດສະບານນະຄອນ ໄກສອນ ພົມວິຫານ ແລະ ບັນດາເມືອງທີ່ອ້ອມຂ້າງ ເຊີ່ງລວມທັງໜົດ 10 ຄັ້ງ ໄດ້ລົດຈັກ 09 ຄັນ,ໂທລະສັບ 01 ໜ່ວຍ ແລ້ວນຳໄປຂາຍອອກ ຢູ່ຕ່າງເມືອງ ແລະທາງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ຈຶ່ງໄດ້ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງຈຶ່ງ ສາມາດເກັບກູ້ລົດຈັກມາໄດ້ຄືນທັງໜົດ 08 ຄັນ ແລະໄດ້ມອບຄືນໃຫ້ແກ່ຜູ້ເສຍຫາຍຄືນ.

ຕໍ່ມາໃນວັນທີ 24 ກຸມພາ 2023 ຜ່ານມາ, ຈຶ່ງໄດ້ຈັດພິທີມອບ-ຮັບ ພາຫະນະຈຳນວນດັ່ງກ່າວໃຫ້ແກ່ເຈົ້າຂອງຊັບເດີມຢ່າງເປັນທາງການ ໃນນີ້ ມີພາຫະນະລົດຈັກຢີ່ຫໍ້ HONDA WAVE 100 ຈໍານວນ 6 ຄັນ.

ຕໍ່ກັບສະພາບປະກົດການດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງຜູ້ປະກອບການ ທຸກພາກສ່ວນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິລະວັງຕົວ ແລະ ເປັນເຈົ້າການຄຸ້ມຄອງປົກປັກຮັກສາ ຊັບສິນຂອງຕົນເອງໃຫ້ມີຄວາມຮັບປະກັນ ແລະ ປອດໄພ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງ ແກ່ພວກກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບ.

ທີ່ມາ: mediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...