Homeຂ່າວທ້ອງຖິ່ນປກສ ເມືອງຊ່ອນ ທຳລາຍອາວຸດລ່າເນື້ອ

ປກສ ເມືອງຊ່ອນ ທຳລາຍອາວຸດລ່າເນື້ອ

Published on

ໃນວັນທີ 19 ກຸມພາ 2023 ຜ່ານມາ, ກອງບັນຊາການ ປກສ ເມືອງຊ່ອນ ແຂວງຫົວພັນ ໄດ້ທໍາລາຍອາວຸດລ່າເນື້ອ ປະເພດປືນແກ໋ບ ແລະ ຈັກສະຕີນຕັດໄມ້ ໂດຍມີ ທ່ານ ສີວິໄລ ພິມມະວົງເມືອງ ເຈົ້າເມືອງຊ່ອນ, ພັທ ເຕັມ ບຸນດວງໄຈ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊ່ອນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫ້ອງການ ອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຮອ ເພັດ ສຸດຫ່ວງ ຮອງຫົວໜ້າພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ເມືອງຊ່ອນ ກ່າວວ່າ:
ໂດຍປະຕິບັດຕາມກົດລະບຽບການຄຸ້ມຄອງອາວຸດ ແລະ ທາດລະເບີດ ສະບັບເລກທີ 01/ປຫພ, ລົງວັນທີ 20 ມີນາ 2016 ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບທໍາລາຍເຄື່ອງຂອງກາງ, ອາວຸດລ່າເນື້ອ ແລະ ຈັກສະຕິນຕັດໄມ້ ສະບັບເລກທີ 337/ຈມ, ລົງວັນທີ 26 ສິງຫາ 2021 ກໍາລັງ ປກສ ເມືອງ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານແຕ່ລະກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສຶກສາອົບຮົມການເມືອງແນວຄິດໃຫ້ພໍ່-ແມ່ປະຊາຊົນທົ່ວເມືອງຊ່ອນ ໃຫ້ນໍາເອົາອາວຸດເສິກ, ອາວຸດລ່າເນື້ອ ແລະ ທາດລະເບີດທີ່ມີໄວ້ຄອບຄອງແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ມາມອບໃຫ້ພັກ-ລັດດ້ວຍຄວາມຈິງໃຈ ໂດຍບໍ່ມີການປັບໃໝໃສ່ໂທດແຕ່ຢ່າງໃດ, ເຊິ່ງເຄື່ອງຂອງກາງທີ່ທ້ອມໂຮມນໍາເອົາມາທໍາລາຍໃນຄັ້ງນີ້ ລວມມີ: ປືນແກ໋ບ 110 ກະບອກ, ປືນແຕ່ງຍິງລູກບີ ຈໍານວນ 29 ກະບອກ, ປືນນໍ້າເຫຼົ້າ 90 ຈໍານວນ 4 ກະບອກ ແລະ ຈັກສະຕິ່ນຕັດໄມ້ຈໍານວນໜຶ່ງ.
ຕອນທ້າຍພິທີ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນນໍາເອົາອາວຸດລ່າເນື້ອປະເພດຕ່າງໆ ພ້ອມຈັກສະຕິ່ນຕັດໄມ້ຈໍານວນດັ່ງກ່າວ ລົງທໍາລາຍ, ໂດຍນໍາໃຊ້ລົດຈົກທໍາລາຍ ຈົນໃຊ້ການບໍ່ໄດ້ແລ້ວຈົກດິນຖົມຢ່າງລະອຽດ.
ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...