spot_img
Homeຂ່າວຄາດຕະກຳຄາດຕະກຳນາງແບບສາວຣ່ອງກົງ

ຄາດຕະກຳນາງແບບສາວຣ່ອງກົງ

Published on

ອີງຕາມສຳນັກຂ່າວ Amarin News ລາຍງານວ່າ: ເກີດເຫດຄາດຕະກຳນາງແບບສາວຮ່ອງກົງ ຊື່ວ່າ ແອັບປີ້ ຊອຍ ນາງແບບສາວຊື່ດັງ ອາຍຸ 28 ປີ ທີ່ຫາຍຕົວໄປຕັ້ງແຕ່ວັນທີ 21 ກຸມພາ 2023, ຈົນ​ຮອດ​ວັນທີ 24 ກຸມພາ 2023 ຕຳຫຼວດ​ໄດ້​ພົບ​ເຫັນ​ນາງ​ຖືກ​ຄາດ​ຕະກຳ ມີອະໄວຍະວະຖືກຕັດອອກເປັນຕ່ອນໆ ຂາຂອງນາງຖືກແຊ່ແຂງຢູ່ໃນຕູ້ເຢັນຂອງບ້ານຄອບຄົວຂອງອະດີດສາມີຂອງນາງ, ນອກນັ້ນຍັງມີຊີ້ນສ່ວນໜຶ່ງຢູ່ໃນໝໍ້ແກງ ແຕ່ຮ່າງກາຍ, ຫົວ, ລຳຕົວ, ແຂນ, ແລະ ມືຂອງ ແອັບປີ້ ຍັງບໍ່ທັນພົບເຫັນເທື່ອ, ຂະນະ​ນີ້ ຕຳຫຼວດ​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ຄື: ພໍ່ ​ແມ່ ​ແລະ ອ້າຍ​ຂອງ​ອະດີດ​ສາມີ​ຂອງ​ນາງ.

ມື້ວານມີແຫຼ່ງຂ່າວເປີດເຜີຍກັບສື່ໃຫຍ່ຂອງຣ່ອງກົງ South China Morning Post ວ່າ: ອະດີດສາມີໄດ້ຖືກຈັບແລ້ວ
ແຫຼ່ງຂ່າວກ່າວວ່າ ອະດີດສາມີຂອງ ແອັບປີ້ ຖືກຈັບໄດ້ຢູ່ເຂດ ຕຸ່ງຈຸງ ເວລາປະມານ 13:00 ໂມງ ຕາມເວລາທ້ອງຖິ່ນ 12:00 ໂມງ ຕາມເວລາທີ່ບ້ານເຮົາ.

ມັນເປັນໄປໄດ້ທີ່ລາວກໍາລັງລໍຖ້າເຮືອເພື່ອຫລົບຫນີອອກຈາກເມືອງຢ່າງຜິດກົດຫມາຍ, ແຫຼ່ງຂ່າວກ່າວຕື່ມວ່າ: ການຄາດຕະກໍາດັ່ງກ່າວເຊື່ອວ່າເປັນສາເຫດມາຈາກຄວາມຂັດແຍ່ງລະຫວ່າງ ແອັບປີ້ ກັບອະດີດສາມີ ແລະ ຄອບຄົວຂອງອະດີດສາມີ ກ່ຽວກັບອະສັງຫາລິມະສັບປະມານຫຼາຍສິບລ້ານໂດລາຮ່ອງກົງໃນ Kadoorie Hill. ແຫຼ່ງຂ່າວຍັງກ່າວອີກວ່າອະດີດພໍ່ເຖົ້າຂອງ ແອັບປີ້ ຜູ້​ບັນຊາ​ການ​ຢູ່​ເບື້ອງ​ຫລັງ​ການ​ຄາດ​ຕະກຳ.

ທັງນີ້, ຕຳຫຼວດ​ຍັງ​ພະຍາຍາມ​ຊອກ​ຫາ​ຊາກ​ສົບ​ຂອງ Abby. ຊິ້ນສ່ວນຂອງຫົວ, ລຳຕົວ ແລະ ແຂນ ຄາດວ່າຖືກປະຖິ້ມໄວ້ຢູ່ບໍລິເວນອ່າງເກັບນ້ຳຂອງສຸສານ ເຊືອງກວານໂອ, ແລະ ເຈົ້າໜ້າທີ່ຕຳຫຼວດໄດ້ເລີ່ມຄົ້ນຫາ ແຕ່ຍັງບໍ່ທັນພົບເຫັນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...