spot_img
Homeຂ່າວພາຍ​ໃນກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2022

ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2022

Published on

ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2022 ໄດ້ເປີດຂຶ້ນໃນວັນທີ 23 ກຸມພານີ້ ທີ່ສະໂມສອນຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຫົວໜ້າກົມກວດກາກະຊວງ-ອົງການ, ປະທານ-ຮອງປະທານກວດກາແຂວງ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສະເໜີຮ່າງບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວໃນປີ 2023 ໄລຍະຜ່ານມາມີຜົນສໍາເລັດຫຼາຍດ້ານເປັນຕົ້ນ:

ຄະນະພັກ,ຄະນະກວດກາແຕ່ລະຂັ້ນ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ,ຄຸນສົມບັດສິນທຳປະຕິວັດ,ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ,ມີແບບແຜນນຳພາ,ວີທີເຮັດວຽກ ແລະ ແບບແຜນດຳລົງຊີວິດທີ່ດີ,ໄດ້ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ປະຕິບັດຢ່າງເຂັ້ມງວດ ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆ ເພື່ອຊຸກຍູ້, ຕິດຕາມ, ກວດກາ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 5.778 ໜ່ວຍພັກ,ກາງ 1.473 ໜ່ວຍພັກ,ອ່ອນ 18 ໜ່ວຍພັກ ແລະ ບໍ່ໄດ້ຈັດປະເພດ 4.897 ໜ່ວຍພັກ;ໄດ້ລົງຊຸກຍູ້, ຕິດຕາມ ສະພາບການເຄື່ອນໄຫວ ຂອງອົງການກວດກາລັດ ຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ຈໍານວນໜຶ່ງ.

ຜ່ານການເຄື່ອນໄຫວຊຸກຍູ້-ຕິດຕາມ ສາມາດຕີລາຄາ ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ ຂອງບັນດາຂະແໜງການອ້ອມຂ້າງແຂວງ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ການຕິດຕາມ, ຊຸກຍູ້ ແລະ ແກ້ໄຂຕາມຜົນການກວດສອບ ຂອງບາງຂະແໜງການຍັງເຮັດບໍ່ທັນເປັນປົກກະຕິ, ຄວາມຮັບຜິດຊອບ, ຄວາມເປັນເຈົ້າການບໍ່ທັນສູງ, ຊັກຊ້າແກ່ຍາວເວລາ. ໄດ້ລົງກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈໍານວນ 18 ໂຄງການ ຜ່ານການກວດກາພົບເຫັນການຈັດຕັ້ງປະຕິບັດໂຄງການ ຈໍານວນໜຶ່ງ ຍັງບໍ່ປະຕິບັດຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ໄດ້ດໍາເນີນກວດກາ ຕາມຄໍາສັ່ງ ໄດ້ທັງໜົດ 12 ເປົ້າໝາຍ, ກວດກາສໍາເລັດແລ້ວ 5 ເປົ້າໝາຍ ຄື:

  1. ສໍາເລັດການກວດກາທະນາຄານພັດທະນາລາວ ແລະ ທະນາຄານນະໂຍບາຍສໍານັກງານໃຫຍ່,
  2. ກວດກາການຄຸ້ມຄອງການລົງທຶນ ແລະການນໍາໃຊ້ງົບປະມານ ຂອງກະຊວງປ້ອງກັນຄວາມສະຫງົບ,
  3. ກວດກາຄວາມຮັບຜິດຊອບຂອງພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ກ່ຽວກັບການຫັນທີ່ດິນລັດຊໍາລະໂຄງການກໍ່ສ້າງຕຶກອາຄານຂອງກະຊວງ,
  4. ການກວດກາຄວາມຮັບຜິດຊອບຂອງບຸກຄົນໃນການຈັດຕັ້ງປະຕິບັດໂຄງການຊົນລະປະທານຝົນຝອຍໄລຍະ 2 ທີ່ລັດຖະບານປະເທດໂອຕຣິດ ໃຫ້ການກູ້ຢືມໃນຮູບແບບດອກເບ້ຍຜ່ອນຜັນ ແລະ ກວດກາການຊໍາລະໃຫ້ໂຄງການກໍ່ສ້າງຂົວເບເລ່ຢູ່ບ້ານພູວຽງເມືອງພູກູດ ແຂວງຊຽງຂວາງ.
  5. ນອກນັ້ນ ຍັງໄດ້ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປມີ 416 ໂຄງການໃນນີ້ໄດ້ກວດກາສໍາເລັດ 280ໂຄງການ, ຍັງບໍ່ທັນກວດກາ 136 ໂຄງການ ແລະໂຄງການທີ່ມີມູນຄ່າ 10ຕື້ກີບລົງມາມີ 2.850ໂຄງການ, ໃນນີ້ໄດ້ກວດກາສໍາເລັດ 616 ໂຄງການ ແລະ ຍັງບໍ່ທັນໄດ້ກວດກາ 2.234 ໂຄງການ.

ຜ່ານການກວດກາເຫັນມູນຄ່າທີ່ຄິດໄລ່ບໍ່ຖືກລະບຽບ ເປັນຕົ້ນ: ໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ, ຊໍາລະເກີນໜ້າວຽກປະຕິບັດໄດ້ຕົວຈິງຊຶ່ງຕ້ອງເກັບກູ້ຄືນ, ລວມທັງພັນທະອາກອນທີ່ຍັງຄ້າງມອບໃຫ້ລັດ ຈໍານວນ 2.012,55 ຕື້ກີບ ແລະ 750.801,94 ໂດລາ.

ພ້ອມນັ້ນໄດ້ເອົາໃຈໃສ່ ກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 14/ສພຊ, 24/ສພຊແລະ ຕາມການສະໜອງຂໍ້ມູນ ຂອງອົງການກວດສອບແຫ່ງລັດສະໜອງໃຫ້ໃນປີ 2019-2020 (ທີ່ຍັງຄ້າງ) ຄື:

1.ການໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ຈໍານວນ 30 ໂຄງການ ເນື້ອທີ່ 318,89ເຮັກຕາ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ ແລະ ບໍລິຄໍາໄຊ,

2.ເກັບກູ້ໜີ້ຕ້ອງຮັບທີ່ຄ້າງມອບ ຂອງຫົວໜ່ວຍງົບປະມານໃນ 9 ກະຊວງ, ມູນຄ່າທັງໝົດ 1.173,39 ຕື້ກີບ,

3.ກວດກາ 9 ຫົວໜ່ວຍທຸລະກິດ ທີ່ກູ້ຢືມເງິນຈາກກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເກັບຊື້ເຂົ້າແຮແຊກແຊງລາຄາເຂົ້າ ແລະ ດັດສົມຕະຫຼາດ ທີ່ຍັງຄ້າງຊຳລະຕົ້ນທຶນ ແລະ ດອກເບ້ຍ 124,24 ຕື້ກີບ ແມ່ນຢູ່ຂັ້ນຕອນການດຳເນີນການກວດກາຍັງບໍ່ທັນສຳເລັດ,

4.ການແກ້ໄຂຜົນການກວດກາຢູ່ 5 ກົມຂອງກະຊວງການເງິນ, ອົງການກວດກາແຫ່ງລັດໄດ້ມອບໃຫ້ກະຊວງການເງິນ ເປັນຜູ້ດຳເນີນການແກ້ໄຂຜົນການກວດກາ ແຕ່ຮອດປັດຈຸບັນຍັງບໍ່ມີຄວາມຄືບໜ້າ;

5.ໂຄງການລົງທຶນຂອງລັດ ທີ່ບໍ່ຜ່ານການປະເມີນ, ໂຄງການຈ່າຍນອກແຜນງົບປະມານ, ໂຄງການບໍ່ຜ່ານການປະມູນ, ໂຄງການບໍ່ໄດ້ຄໍ້າປະກັນສັນຍາ-ໂຄງການ ແລະ ໂຄງການນອກແຜນ ທັງໝົດຈໍານວນ 160 ໂຄງການໃນນີ້ກວດກາສໍາເລັດແລ້ວ 85 ໂຄງການ ແລະ ຍັງຄ້າງກວດກາ 75 ໂຄງການ.

ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ຖືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນວຽກໜຶ່ງທີ່ສຳຄັນ ແລະ ໄດ້ເອົາໃຈໃສ່ຍົກລະດັບວຽກງານສຶກສາອົບຮົມ, ໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງໃນຂອບເຂດທົ່ວປະເທດ 19 ລາຍຄະດີ, ເປົ້າໝາຍພົວພັນທັງໝົດ 187 ຄົນ, ໃນນີ້ ພະນັກງານລັດ 134 ຄົນ, ພະນັກງານລັດວິສາຫະກິດ 33 ຄົນ, ພະນັກງານບໍລິສັດ 16 ຄົນ ແລະ ປະຊາຊົນ 04 ຄົນ, ໃນເປົ້າໝາຍພົວພັນທັງໝົດ ແກ້ໄຂທາງດ້ານບໍລິຫານທັງໝົດ 169 ຄົນແລະ ດຳເນີນຄະດີ 18 ຄົນໃນການດຳເນີນຄະດີໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການ 11 ຄົນ ໃນນີ້ ພະນັກງານລັດ 7 ຄົນ, ພະນັກງານລັດວິສາຫະກິດ 2 ຄົນ,ພະນັກງານບໍລິສັດ 1 ຄົນ ແລະ ປະຊາຊົນ 1 ຄົນ; ສານຕັດສິນແລ້ວ 2 ຄົນ; ພົບເຫັນຜົນເສຍຫາຍທັງໝົດ 95,61 ຕື້ກວ່າກີບ, 65,85 ລ້ານກວ່າບາດ, 100.000 ໂດລາ; ໃນເບື້ອງຕົ້ນສາມາດເກັບກູ້ຄືນໄດ້ 9,56 ຕື້ກວ່າກີບ, 4,63 ລ້ານກວ່າບາດ.

ນອກນີ້ກອງປະຊຸມຍັງໄດ້ເຜີຍແຜ່ ຄໍາສັ່ງແນະນໍາ ເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນກວດກາ ແລະ ເຜີຍແຜ່ແນະນໍາ ບາງບັນຫາໃນຄໍາສັ່ງ ເລກທີ 268/ຄລສພ ກ່ຽວກັບການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານແຕ່ລະຂັ້ນ ແລະ ປະກອບຄໍາເຫັນໃສ່ເອກະສານສໍາຄັນ ກ່ຽວກັບວຽກງານກວດກາຈໍານວນໜຶ່ງ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມແຕ່ລະພາກສ່ວນກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ດ້ານທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງວິທີແກ້ໄຂໃນຕໍ່ໜ້າ ໃນການເຄື່ອນໄຫວວຽກງານກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ຊົມເຊີຍເຈົ້າໜ້າທີ່ ຂວງອັດຕະປື ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ພ້ອມຢຶດຊັບໃນຄະດີສໍ້ລາດບັງຫຼວງ

ແຂວງອັດຕະປື ກວດພົບ ແລະ ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ຮ່ວມກັນສໍ້ລາດບັງຫຼວງ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ...

ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນະຄອນຫຼວງວຽງຈັນ

ກິດຈະກຳ ສື່ມວນຊົນສັນຈອນໃນຂະແໜງການຮ່ວມມືດ້ານເສດຖະກິດ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ. ໃນວັນທີ 19 ມີນາ 2025 ນີ້, ສະຖານທູດຍີ່ປຸ່ນ...

ຄົບຮອບ 10 ປີ Attitude Mom ຈັດໃຫຍ່ພ້ອມເປີດໂຕເຄື່ອງປ້ຳນ້ຳນົມໄຣ້ສາຍລຸ້ນ Easy life III

Attitude Mom ເປີດໂຕເຄື່ອງປ້ຳນ້ຳນົມໄຣ້ສາຍລຸ້ນ Easy life III ນະວັດຕະກຳໃໝ່ຕອບໂຈດທຸກໄລຟ໌ສະໄຕລ໌ ໃນປັດຈຸບັນຄອບຄົວຍຸກໃໝ່ນິຍົມໃຫ້ລູກດ້ວຍນົມແມ່ຫຼາຍຂຶ້້ນດ້ວຍເຕັກໂນໂລຊີ ແລະ ນະວັດຕະກຳທີ່ພັດທະນາຂຶ້ນມາເພື່ອຊັບພອດໃຫ້ທຸກຢ່າງເປັນເລື່ອງງ່າຍ, ຫຼຸດຂັ້ນຕອນທີ່ຫຍຸ້ງຍາກແບບເກົ່າເຮັດໃຫ້ພໍ່ແມ່ມືໃໝ່ມີເວລາສ່ວນຕົວຫຼາຍຂຶ້ນ. ບໍລິສັດ Attitude Mom ຈຳກັດ ຜູ້ຜະລິດເຄື່ອງປ້ຳນ້ຳນົມແບຣນໄທຍອດນິຍົມພາຍໃຕ້ຊື່...

ໂດນັລ ທຣຳ ກຽມລົງນາມຄຳສັ່ງປິດກະຊວງສຶກສາທິການສະຫລັດ

ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານເພື່ອປິດກະຊວງສຶກສາທິການ ເຊິ່ງຈະດຳເນີນການຕາມຄຳສັນຍາໃນການຫາສຽງເລືອກຕັ້ງ. ສຳນັກຂ່າວຮອຍເຕີລາຍງານ ໃນວັນທີ 19 ມີນາ 2025 ຜ່ານມາ, ປະທານາທິບໍດີ ສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານທີ່ມີເປົ້າໝາຍໃນການປິດກະຊວງສຶກສາທິການ...