spot_img
Homeຂ່າວຄາດຕະກຳເຫດຄາດຕະກຳ ຢູ່ບ້ານ ແກ່ວກວ້າງ ເມືອງວັງວຽງ ແຂວງວຽງຈັນ

ເຫດຄາດຕະກຳ ຢູ່ບ້ານ ແກ່ວກວ້າງ ເມືອງວັງວຽງ ແຂວງວຽງຈັນ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໃຫ້ຮູ້ວ່າ: ໃນຄັ້ງວັນທີ 16 ກຸມພາ 2023 ຢູ່ທີ່ບ້ານ ແກ່ວກວ້າງ ເມືອງວັງວຽງ ແຂວງວຽງຈັນ ໄດ້ເກີດເຫດຄາດຕະກຳ ເຊິ່ງຜູ້ກໍ່ເຫດຊື່ ທ້າວ ຈຳນົງ ອາຊີບ ວ່າງງານ ຢູ່ບ້ານ ແກ່ວກວ້າງ ເມືອງວັງວຽງ ແຂວງວຽງຈັນ

(ຜູ້ຖືກຫາ) ເປັນຜູ້ກໍ່ເຫດຄາດຕະກຳ ທ້າວ ກ (ນາມສົມມຸດ) ອາຍຸ 12 ປີ ອາຊີບ ນັກຮຽນ ຢູ່ບ້ານດຽວກັນ ໃນເບື້ອງຕົ້ນ ເວລາ 08:10 ນາທີ ທ້າວ ຈໍານົງ ແມ່ນຢູ່ເຮືອນກັບແມ່ຕູ້ ແລະ ນ້ອງ 3 ຄົນ ແລ້ວມີພີ່ນ້ອງຂ້າງເຮືອນ ໄດ້ບອກ ທ້າວ ຈໍານົງ ໄປຊ່ວຍຂຸດແປງທໍ່ນ້ຳ ເພາະວ່າຈຸດເກົ່າຈະຈົກໜອງປາ ແລ້ວທ້າວ ຈຳນົງ ຈຶ່ງເອົານ້ອງສາວຫຼ້າໄປນຳ ພໍຂຸດແປງທໍ່ນ້ຳສຳເລັດແລ້ວ ຜູ້ກ່ຽວ ແລະ ນ້ອງສາວຈຶ່ງກັບມາເຮືອນ ເວລາປະມານ 10:40 ນາທີ ໄດ້ພານ້ອງສາວກີນເຂົ້າ ຫຼັງຈາກກີນເຂົ້າອີ່ມແລ້ວ ຈຶ່ງໄດ້ນອນຫຼີ້ນໂທລະສັບ ຮອດເວລາປະມານ 12:00 ຜູ້ກ່ຽວໄດ້ຍ່າງອອກມາຈາກເຮືອນ ກາຍໜ້າເຮືອນຂອງ ທ້າວ ກ (ຜູ້ຕາຍ) ຫຼຽວເບິ່ງເຮືອນແມ່ນອັດຕູໄວ້ ຜູ້ກ່ຽວຄິດວ່າບໍ່ມີຄົນຢູ່ໃນເຮືອນ ຈຶ່ງເກີດມີແນວຄິດຢາກເຂົ້າໄປລັກຊັບ ໄດ້ຍ່າງອ້ອມເຂົ້າທາງຫຼັງ ແລ້ວຈັບເອົາໄມ້ໜ້າ 5×10 ຍາວ ປະມານ 1 ແມັດ ຢູ່ຂ້າງເຮືອນ ໄປອີງໃສ່ເສົາເຮືອນຄົວ ແລ້ວປີນເຂົ້າໄປໃນເຮືອນ ພໍໂດດລົງໄປແລ້ວ ຈື່ງເຫັນ ທ້າວ (ກ) ຢືນຢູ່ ຜູ້ກ່ຽວຈຶ່ງຕົກໃຈ ຜູ້ຕາຍເລີຍເວົ້າວ່າ ເຂົ້າມາເຮັດຫຍັງ ຊິມາລັກເຄື່ອງບໍ ແລ້ວຜູ້ຕາຍກຳລັງຊິແລ່ນໄປບອກພໍ່ ທ້າວ ຈຳນົງ ຢ້ານມີຄວາມຜິດ ຈຶ່ງໄດ້ຈັບເອົາມີດຍາວປະມານ 40 ຊັງຕີແມັດ ຟັນໃສ່ຫົວ ຂອງຜູ້ຕາຍ ເຮັດໃຫ້ຜູ້ຕາຍລົ້ມລົງກັບພື້ນ ຈາກນັ້ນຈຶ່ງຟັນໃສ່ບໍລິເວນໃບໜ້າເບື້ອງຂວາ ແລ້ວຟັນໃສ່ບໍລິເວນໃບໜ້າອີກຫຼາຍບາດ ທ້າວ ຈຳນົງ ຄິດວ່າ ທ້າວ (ກ) ຕາຍແລ້ວ ຜູ້ກ່ຽວຈຶ່ງຝ້າວອອກມາຈາກເຮືອນຫຼັງດັ່ງກ່າວ ແລ້ວກັບມານອນຫຼີ້ນເກມຢູ່ເຮືອນຂອງຜູ້ກ່ຽວ ຈາກນັ້ນອີກປະມານ 40 ນາທີ ພໍ່ຂອງຜູ້ຕາຍພ້ອມເຈົ້າໜ້າທີ່ມາຫາຢູ່ເຮືອນຈຶ່ງຖືກເຈົ້າໜ້າທີ່ກັກຕົວ ມາທຳການສຶບສວນ-ສອບສວນ.


ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ຈຳນົງ ໄດ້ຮັບສາລະພາບວ່າ ຜູ້ກ່ຽວເປັນຄົນລົງມືຄາດຕະກຳແທ້ ແຮງຈຸງໃຈໃນການຄາດຕະກຳຄັ້ງນີ້ແມ່ນຍ້ອນວ່າ ທ້າວ ຈຳນົງ ຈະໄປລັກຊັບຢູ່ເຮືອນຂອງຜູ້ຕາຍ ຜູ້ຕາຍເລີຍເຫັນ ແລ້ວຈະໄປບອກພໍ່ ທ້າວ ຈຳນົງ ຢ້ານໄດ້ເຂົ້າຄຸກຈຶ່ງລົງມືກໍ່ເຫດ ຜ່ານການຊັນນະສູດສະຖານທີ່ເກີດເຫດຕົວຈິງ ເຫັນວ່າຜູ້ຕາຍຖືກຟັນບໍລິເວນໃບໜ້າຈຳນວນ 5 ບາດແຜ, ງ່ອນ 1 ບາດແຜ, ຄໍເບື້ອງຂວາ 2 ບາດແຜ, ກ້ອງຄ້າງ 1 ບາດແຜ, ຫົວໄລ່ເບື້ອງຊ້າຍ 2 ບາດແຜ ແລະ ຢູ່ຫລັງມືເບື້ອງຊ້າຍ 2 ບາດແຜ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...