Homeຂ່າວເຫດການພົບສົບຄົນໂດດນ້ຳ ເຂດບ້ານໄຮ່ປາກງື່ມແລ້ວ

ພົບສົບຄົນໂດດນ້ຳ ເຂດບ້ານໄຮ່ປາກງື່ມແລ້ວ

Published on

ໃນວັນຈັນ ທີ 19 ກຸມພາ 2023 ເວລາ 19:45 ນາທີ ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ
ໄດ້ຮັບແຈ້ງເຫດ ວ່າມີຄົນໂດດນ້ຳຢູ່ກາງຂົວບ້ານໄຮ່, ເມືອງປາກງືມ, ນະຄອນຫຼວງວຽງຈັນ ເມື່ອໜ່ວຍກູ້ໄພ ໄປຮອດຈຶ່ງໄດ້ຈັດທີມຄົ້ນຫາໃຕ້ນ້ຳລົງກວດສອບ ແລະ ຄົ້ນຫາຮ່າງຂອງຜູ້ເສຍຊີວິດທັງໜ້ານ້ຳ ແລະ ໃຕ້ນ້ຳເປັນເວລາປະມານ 4 ມື້ ແຕ່ຍັງບໍ່ທັນພົບເຫັນຮ່າງຂອງຜູ້ເສຍຊີວິດເທື່ອ ເຊິ່ງຜູ້ເສຍຊີວິດຊື່ ນາງ ໃຈ ອາຍຸ 18 ປີ ບ້ານເລົາຄ່າ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ເຊິ່ງປັດຈຸບັນໃນວັນທີ 23 ກຸມພາ 2023 ເວລາ 10:00 ທາງໜ່ວຍກູ້ໄພແມ່ນໄດ້ພົບຮ່າງຂອງຜູ້ເສຍຊີວິດແລ້ວ ຢູ່ສາມແຍກກ້ອງຂົວບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...