spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ

ໂຄງການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ

Published on

ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດເອັນເນີຈີ ດີເວີລອບເມັ້ນ ກ່າວເມື່ອບໍ່ດົນຜ່ານມາວ່າ: ໂຄງການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ ແມ່ນນອນຢູ່ໃນເຂດເສດຖະກິດພິເສດແຂວງຄຳມ່ວນ, ມີເນື້ອທີ່ 23 ເຮັກຕາ (ໂຮງງານ, ສາງນໍ້າມັນ ແລະ ກິດຈະການປິ່ນອ້ອມ), ມີມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ, ເຊິ່ງຈະໄດ້ເລີ່ມລົງມືກໍ່ສ້າງໃນໄວໆນີ້ ແລະ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງສຳເລັດປະມານ 15 ເດືອນ.
ໂດຍນໍາໃຊ້ອຸປະກອນໂຮງກັ່ນທີ່ທັນສະໄໝ ທີ່ມີມາດຕະການຮັກສາລະບົບສິ່ງແວດລ້ອມຕາມມາດຕະຖານສາກົນ ແລະ ມີຄວາມສາມາດປຸງແຕ່ງນໍ້າມັນໃນໄລຍະທີ 1 ຈໍານວນ 120 ລ້ານລິດຕໍ່ປີ ແລະ ມີເປົ້າໝາຍສູງສຸດຢູ່ທີ່ 500 ລ້ານລິດ ແລະ 1.000 ລ້ານລິດ ໃນໄລຍະທີ 2 ແລະ ໄລຍະທີ 3 ຫຼື ອີກ 5 ປີໃນຕໍ່ໜ້າ.
ໃນນີ້ປະກອບມີ ນໍ້າມັນກາຊວນ ກວມເອົາ 80%, ນໍ້າມັນແອັດຊັງ 15% ແລະ ນໍ້າມັນເຕົາ 5% ສາມາດປັບໂຄງສ້າງລາຄານໍ້າມັນໄດ້ 7-12% ເຊິ່ງຈະເຮັດໃຫ້ລາຄານໍ້າມັນຖືກລົງ.
Cr. Media Laos

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...