spot_img
Homeຂ່າວພາຍ​ໃນບຣາຊິນປະເຊີນກັບພາຍຸ ເຮັດໃຫ້ນ້ຳຖ້ວມ-ດິນຖະຫຼົ່ມ ເສຍຊີວິດເກືອບ 40 ຄົນ

ບຣາຊິນປະເຊີນກັບພາຍຸ ເຮັດໃຫ້ນ້ຳຖ້ວມ-ດິນຖະຫຼົ່ມ ເສຍຊີວິດເກືອບ 40 ຄົນ

Published on

ທີ່ບໍລິເວນແຄມຝັ່ງທາງຕາເວັນອອກຂອງປະເທດບຣາຊິນ ປະເຊີນກັບພາຍຸ ເຮັດໃຫ້ນ້ຳຖ້ວມ ແລະ ດິນຖະຫຼົ່ມ ມີຜູ້ເສຍຊີວິດເກືອບ 40 ຄົນ ປະຊາຊົນຫຼາຍກວ່າ 2.000 ຄົນບໍ່ມີບ່ອນອາໄສ ແລະ ປະຊາຊົນຈຳນວນຫຼາຍຍັງສູນຫາຍ.

ໃນວັນທີ 20 ກຸມພາ 2023 ເຈົ້າໜ້າທີ່ກູ້ໄພຍັງເຮັດວຽກຢ່າງໜັກເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຮັດໃຫ້ດິນຖະຫຼົ່ມລົງມາຈາກພູເຂົາ ເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຂອງປະເທດບຣາຊິນ ເຮັດໃຫ້ປະຊາຊົນຕ່າງໜີອົບພະຍົບຂຶ້ນໄປຢູ່ບ່ອນສູງ.

A tree has been ripped out of the ground from rain.

ໂດຍລາຍງານໄດ້ລະບຸວ່າ ມີຄົນເສຍຊີວິດແລ້ວ 39 ຄົນ ມີຜູ້ສູນຫາຍຫຼາຍກວ່າ 10 ຄົນ ເຈົ້າໜ້າທີ່ກູ້ໄພກໍພະຍາຍາມທີ່ຈະຊ່ວຍປະຊາຊົນທີ່ຕິດຢູ່ໃນເຮືອນທີ່ຖືກດິນຖະຫຼົ່ມທັບອອກມາ ນອກນີ້ກໍຍັງມີປະຊາຊົນອີກ 2.000 ຄົນຕ້ອງບໍ່ມີບ່ອນອາໄສ ມີເຮືອນຖືກນ້ຳພັດພັງໄປ 50 ກວ່າຫຼັງ ເຂດທີ່ໄດ້ຮັບຄວາມເສຍຫາຍຫຼາຍສຸດແມ່ນເມືອງເຊົາ ເຊບາສຕຽນ ແລະ ອູຕູບາ ໃນລັດເຊົາ ເປົາໂລ.

ທາງດ້ານບຣາຊິນໄດ້ລາຍງານວ່າ ຝົນໄດ້ຕົກໝັກຫຼາຍກວ່າປົກກະຕິເຖິງ 2 ເທົ່າຂອງຊ່ວງເດືອນນີ້ຂອງປີກາຍ.

ກົມອຸຕຸນິຍົມວິທະຍາຂອງບຣາຊິນລາຍງານວ່າ ຈະມີຝົນຕົກໜັກຢ່າງຕໍ່ເນື່ອງໃນອາທິດນີ້ ແລະ ຕ້ອງຍົກເລີກເທສະການ ຫຼື ງານຕ່າງໆປະຈຳທ້ອງຖິ່ນ ແລະ ຫຼາຍເມືອງຕາມແຄມຝັ່ງ.

Aftermath of rain

 

ແຫຼ່ງຂ່າວ ABC Australia 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...