Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ

Published on

ໃນວັນທີ 17 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳພາບັນດາທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ, ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຄື່ອນໄຫວເຮັດວຽກຮ່ວມ.

ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງການໄຟຟ້ານໍ້າເທີນ 2 ແລະ ລົງຕິດ ຕາມກວດກາເບິ່ງພື້ນທີ່ ທີ່ມີແຜນຈະກໍ່ສ້າງປະຕູນໍ້າ ແລະ ລະບົບຊົນລະປະທານ ປ່ອງ 1 ແລະ ປ່ອງ 5 ຈາກນໍ້າລຸ່ມເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເພື່ອສະໜອງນໍ້າ ໃຫ້ແກ່ພື້ນທີ່ທຳການຜະລິດ ຢູ່ເຂດເມືອງຍົມມະລາດ, ເຊິ່ງກ່ອນອື່ນຄະນະ ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ຈາກຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ກ່ຽວກັບສະພາບການພັດທະນາ ແລະ ດຳເນີນງານຂອງໂຄງການ ເຊິ່ງເຂື່ອນໄຟຟ້ານ້ຳເທີນ 2 ໄດ້ກໍ່ສ້າງສຳເລັດໃນເດືອນທັນວາ 2009 ມີກຳລັງຕິດຕັ້ງໄຟຟ້າ 1.070 MW, ມີຄວາມອາດສາມາດໃນການຜະລິດ 6.000 GWH ຕໍ່ປີ, ເລີ່ມຜະລິດ ແລະ ຂາຍກະແສໄຟຟ້າ ໃນວັນທີ 30 ເມສາ 2010,​ ມີອາຍຸສໍາປະທານ 25 ປີ (2010-2035), ຈະສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ປະມານ 2 ຕື້ໂດລາສະຫະລັດ ຕະຫຼອດອາຍຸສຳປະທານ; ບໍລິສັດໄດ້ສືບຕໍ່ດຳເນີນທຸລະກິດ ຕາມເປົ້າໝາຍການລົງທຶນພັດທະນາ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຍືນຍົງທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ໃນໂອກາດດຽວກັນ, ທ່ານ ຫົວໜ້າພະແນກ​ ກະສິກໍາ ແລະ ປ່າໄມ້ ແຂວງ ກໍ່ໄດ້ລາຍງານໃຫ້ຄະນະຂອງທ່ານ ນາຍົກລັດຖະມົນຕີຊາບ ໂດຍອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແມ່ນຈະແບ່ງເອົານໍ້າຈາກອ່າງດັດສົມນໍ້າ ປະມານ 5 ແມັດກ້ອນ/ວິນາທີ ເປັນລະບົບຊົນລະປະທານ ປ່ອງ 1 ເພື່ອສະໜອງໃຫ້ແກ່ເນື້ອທີ່ທຳການຜະລິດ 3.200 ເຮັກຕາ (ລະດູແລ້ງ 2.400 ເຮັກຕາ), ກວມເອົາ 12 ບ້ານ, ມີ 1.381 ຫຼັງຄາເຮືອນ, ມີ 1.502 ຄອບຄົວ, ພົນລະເມືອງ 6.722 ຄົນ. ສ່ວນປະຕູເອົານໍ້າປ່ອງ 5 ແມ່ນຈະແບ່ງເອົານໍ້າຈາກຄອງລະບາຍນໍ້າເທີນ 2 ປະມານ 1,3 ແມັດກ້ອນ/ວິນາທີ ເພື່ອສະໜອງໃຫ້ເນື້ອທີ່ການຜະລິດ 900 ເຮັກຕາ (ລະດູແລ້ງ 550 ເຮັກຕາ), ກວມເອົາ 01 ບ້ານ, ມີ 114 ຫຼັງຄາເຮືອນ, ພົນລະເມືອງ 640 ຄົນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງ ໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງເອົາ ໃຈໃສ່ວຽກງານສຳຄັນບາງດ້ານ ເປັນຕົ້ນ ໃຫ້ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ສົມທົບກັນສ້າງແຜນຮອງຮັບ ໃນການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ໂຄງການໄຟຟ້ານໍ້າເທີນ 2 ພາຍຫຼັງໝົດອາຍຸການສຳປະທານ ໃຫ້ເປັນຮູບປະທຳທີ່ຊັດເຈນ ແລ້ວລາຍງານຂໍທິດຊີ້ນຳຈາກລັດຖະບານ; ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ເປັນວຽກບູລິມະສິດ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເມືອງນາກາຍ ກໍ່ຄື ປະຊາຊົນ ທີ່ດຳລົງຊີວິດ ຕິດພັນກັບໂຄງການເຂື່ອນໄຟຟ້ານໍ້າເທີນ 2 ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ ແລະ ໃຫ້ບັນລຸຄາດໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ ເປັນກ້າວໆ ໂດຍສະເພາະ ຄຸນນະພາບຊີວິດ, ສຸຂະພາບ, ການສຶກສາ, ການສ້າງອາຊີບ-ວຽກເຮັດງານທຳ, ລະບົບການຈັດຕັ້ງບ້ານ, ການພັດທະນາໂຄງລ່າງພື້ນຖານບ້ານ, ການໂຮມບ້ານນ້ອຍ ທີ່ກະແຈກກະຈາຍ ເປັນບ້ານໃຫຍ່, ລວມທັງ ການນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ແລະ ອື່ນໆ; ທົບທວນ ແລະ ປັບປຸງຄືນ ແຜນການ ແລະ ລະບຽບການ ໃນການຄຸ້ມຄອງ ແລະ ນຳໃຊ້ເງິນກອງທຶນພັດທະນາທ້ອງຖິ່ນ ທີ່ໂຄງການສະໜອງໃຫ້ໃນແຕ່ລະປີນັ້ນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ; ສະເໜີຕໍ່ບໍລິສັດ ໄຟຟ້ານໍ້າເທີນ 2 ສືບຕໍ່ປະຕິບັດພັນທະຕ່າງໆ ສອດຄ່ອງກັບສັນຍາສຳປະທານ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະ ການຊໍາລະສະສາງຕ່າງໆ ຜ່ານລະບົບທະນາຄານ ໃນ ສປປ ລາວ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມ ທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາການອອກແບບລະບົບຊົນລະປະທານ ປະຕູນໍ້າປ່ອງ 1 ແລະ ປ່ອງ 5 ລວມທັງ ມູນຄ່າການກໍ່ສ້າງ ເພື່ອໃຫ້ສາມາດຮັບປະກັນທາງດ້ານເຕັກນິກ, ຄວາມໂປ່ງໃສ ແລະ ປະຢັດມັດທະຍັດ.

CR: ກົມປະຊາສຳພັນ, ຫສນຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...