Homeຂ່າວກິລານະຄອນຫຼວງ ຄວ້າຫຼຽນຄຳ ເຕະບານ ຊຽງຂວາງ ພາຣາ ເກມ 2023

ນະຄອນຫຼວງ ຄວ້າຫຼຽນຄຳ ເຕະບານ ຊຽງຂວາງ ພາຣາ ເກມ 2023

Published on

ທັບນັກກິລາເຕະບານຄົນພິການຕາ ນະຄອນຫຼວງວຽງຈັນ ດັບຝັນຈຸດໂທດ ແຂວງວຽງຈັນ 1 ປະຕູຕໍ່ 0 (ຫຼັງໃນເກມກິນກັນບໍ່ລົງ ສະເໝີ 1-1) ຄວ້າຫຼຽນຄຳ ຊຽງຂວາງ ພາຣາເກມ 2023 ນັດຊີງຊະນະເລີດ ຊຶ່ງຈັດຂຶ້ນ ໃນຕອນແລງວັນທີ 16 ກຸມພາ ຜ່ານມາ ທີ່ສະໜາມບານເຕະຫຍ້າທ່ຽມປໍ້ານໍ້າມັນ ເຊື້ອໄຟລາວ ສາຂາແຂວງຊຽງຂວາງ ເມືອງແປກ ສ່ວນ ແຂວງວຽງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ.

ການແຂ່ງຂັນບານເຕະ ຄົນພິການຕາ ງານກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ຈັດຂຶ້ນພຽງສອງວັນ ລະຫວ່າງ 15-16 ກຸມພາ 2023 ຊຶ່ງມີ 2 ແຂວງ ແລະ 1 ນະຄ ອນຫຼວງວຽງຈັນ ຮ່ວມຊີງໄຊແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ແລະ ທີ 2 ໄປຊີງຫຼຽນຄຳ ແລະ ທີ 3 ໄດ້ຫຼຽນທອງຄ້ອງຄໍ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາ ເກມ, ທ່ານ ນາງ ພິຈິກາ ປະດາວົງ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳແຕ່ລະພາກສ່ວນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍຊາວເມືອງແປກ ເຂົ້າຮ່ວມ ແລະ ເຊຍຢ່າງຫຼວງຫຼາຍ.

ຜ່ານການແຂ່ງຂັນນັດຊີງຊະນະເລີດ ໃນເກມການແຂ່ງຂັນ 50 ນາທີ ຕັ້ງລະ 25 ນາທີ ທີມລະ 5 ຄົນ ເຕະ 4 ຮັບ 1 ປະກົດວ່າ: ທັງສອງທີມແຂ່ງຂັນກັນຢ່າງສູສີຜັດປ່ຽນກັນບຸກກັນຮັບຕ່າງຝ່າຍກໍມີໂອກາດຈົບສະກໍ ແຕ່ກໍເຮັດຫຍັງກັນບໍ່ໄດ້ໃນເຄິ່ງເວລາທຳອິດ ຍັງສະເໝີກັນ 0-0 ປະຕູ ແລະ ກັບມາແຂ່ງຂັນກັນໃນເຄິ່ງເວລາທີ 2 ແຂວງວຽງຈັນ ໃຊ້ຜູ້ຫຼິ້ນສອງຄົນ ເປັນແນວໜ້າບຸກ ແລະ ເປັນແຂວງວຽງຈັນ ໄດ້ປະຕູອອກນຳໄປກ່ອນ 1-0 ຈາກການຍິງຂອງ ສຸກ ກ່ອນທີ່ ນະຄອນຫຼວງ ຈະໄລ່ຕີສະເໝີທັນຄວັນຈາກການສັງຫານຈຸດໂທດຂອງ ສົມສັກ ຈາກນັ້ນ ກຳມະການຕັດສິນກໍເປົາໝາກວີດຈົບການແຂ່ງຂັນ ສົ່ງຜົນໃຫ້ທັງສອງທີມຕ້ອງມາດວນຈຸດໂທດ ແລະ ເປັນທັບນັກກິລາບານເຕະຄົນພິການຕາ ນະຄອນຫຼວງວຽງຈັນ ຍິງແມ້ນກວ່າດັບຝັນຈຸດໂທດ ແຂວງວຽງຈັນ 1-0 ຄວ້າຫຼຽນຄຳ ໄປຄອງ ສ່ວນ ແຂວງວຽງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ.

Cr: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...