spot_img
Homeຂ່າວພາຍ​ໃນການແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII

ການແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII

Published on

ງານແຂ່ງຂັນກິລາ ເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ໄດ້ເປີດຂຶ້ນ ໃນວັນທີ 16 ກຸມພາ ແລະ ຈະໄດ້ດໍາເນີນໄປເຖິງ ວັນທີ 18 ກຸມພາ 2023 ທີ່ສະໜາມກິລາແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ຈາກ 13 ພາກສ່ວນ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ບຸດສີງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດງານ ໄດ້ກ່າວເຖິງການກະກຽມຄວາມພ້ອມ ໃນການເປັນເຈົ້າພາບເປີດງານແຂ່ງຂັນກິລາເປຕັງໃນຄັ້ງນີ້ວ່າ: ແຂວງຄໍາມ່ວນ ໄດ້ເປີດກວ້າງ ເຊື້ອເຊີນທຸກກະຊວງ, ທຸກແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມໃນງານດັ່ງກ່າວ, ແຕ່ການເຂົ້າຮ່ວມຕົວຈິງມີທັງຫມົດ: 13 ພາກສ່ວນ ໃນນັ້ນ: ມາຈາກ ແຂວງຫຼວງນໍ້າທາ, ຜົ້ງສາລີ, ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ, ຄຳມ່ວນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກນາຍົກລັດຖະມົນຕີ, ມີຈໍານວນຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າ ຮ່ວມທັງຫມົດ ຈຳນວນ 229 ຄົນ. ເຊິ່ງໃນງານດັ່ງກ່າວຈະໄດ້ມີການຊິງຫລຽນລາງວັນ ທັງຫມົດ 36 ຫລຽນ, ໃນນັ້ນ ຫລຽນຄໍາ 9 ຫລຽນ, ຫລຽນເງິນ 9 ຫລຽນ ແລະ ຫລຽນທອງ 18 ຫລຽນ, ພ້ອມດ້ວຍເງິນລາງວັນ ຈຳນວນໜຶ່ງ ແລະ ທີມທີ່ໄດ້ຄອງຫລຽນຄໍາ ຈະໄດ້ຮັບກຽດຄອງຂັນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຄອງ. ໂດຍຜ່ານການຄົ້ນຄວ້າໃນກອງປະຊຸມຄະນະກໍາມະການຝ່າຍເຕັກນິກ ໄດ້ຈັດໃຫ້ມີການແຂ່ງຂັນທັງໝົດ 700 ກວ່າຄັ້ງ, ມີສະໜາມແຂ່ງຂັນ 4 ແຫ່ງ, ໃຊ້ເວລາໃນການແຂ່ງຂັນ 3 ມື້ເຄິ່ງ, ນັບແຕ່ເຊົ້າວັນທີ 15 ກຸມພາ 2023 ເປັນຕົ້ນໄປ ແລະ ຈະໄດ້ສະຫລຸບມອບລາງວັນໃນຕອນບ່າຍ ຂອງວັນທີ 18 ກຸມພາ 2023.

ໂອກາດດັ່ງກ່າວ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ໄດ້ກ່າວເປີດງານແຂ່ງຂັນກິລາເປຕັງທົ່ວປະເທດຄັ້ງທີ XII ໂດນທ່ານໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ເຂົ້າຮ່ວມພິທີເປີດງານດັ່ງກ່າວ ຊຶ່ງໄດ້ໄຂຂຶ້ນຢູ່ດິນແດນວິລະຊົນ, ດິນແດນອູ່ ເຂົ້າອູ່ປາ ແລະ ດິນແດນ ທຳມະຊາດ ທີ່ສວຍສົດງົດງາມ, ຜ່ານການຫ້າງຫາກະກຽມເງື່ອນໄຂ ແລະ ປັດໄຈຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບໃນງານແຂ່ງຂັນໃນຄັ້ງນີ້, ມາຮອດເວລານີ້ເຫັນວ່າມີຄວາມພ້ອມ 100% ແລະ ເຊື່ອໝັ້ນວ່າ ບັນດາທ່ານຄະນະນໍາ, ກໍາມະການຕັດສິນ, ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຈະເສີມຂະຫຍາຍຈິດໃຈຟົດຟື້ນປະຕິວັດ ເຮັດໃຫ້ງານແຂ່ງຂັນດຳເນີນໄປດ້ວຍບັນຍາກາດທີ່ດີ, ມີຄວາມສາມັກຄີທີ່ຫນັກແຫນ້ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...