Homeຂ່າວຄວາມສະຫງົບໂຈນລັກລົດໃຫຍ່ ໃນງານບຸນຊ້າງ

ໂຈນລັກລົດໃຫຍ່ ໃນງານບຸນຊ້າງ

Published on

ໃນວັນທີ 14 ກຸມພາ 2023 ທີ່ຜ່ານມາ, ເກີດເຫດລັກລົດໃຫຍ່ ຍີ່ຫໍ້ ຟໍຈູນເນີ ປ້າຍທະບຽນ ກທ 6255 ກຳແພງນະຄອນ ເຊິ່ງຜູ້ຮ້າຍກໍ່ເຫດລັກລົດພາຍໃນງານເທສະການບຸນຊ້າງ ຈັດຂຶ້ນຢູ່ເມືອງໄຊຍະບູລີ, ແຂວງໄຊຍະບູລີ ທີ່ຈະຈັດຂຶ້ນໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້.

ຕາມການລາຍງານຂອງເຈົ້າໜ້າທີ່ ໄດ້ລາຍງານວ່າ: ລົດໄດ້ຖືກລັກໃນເວລາປະມານ 20:00 ໂມງ ຂອງວັນທີ 14 ກຸມພາ 2023 ເຊິ່ງຜູ້ກໍ່ເຫດເປັນເພດຊາຍຊື່ ທ້າວ ຕິກ ດວງຈັນ ອາຍຸ 24 ປີ ອາຊີບປະຊາຊົນ ອາໄສຢູ່ບ້ານ ລັອງປໍ ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ສາມາດກັກຕົວໄດ້ໃນເວລາ 7:20 ໂມງເຊົ້າຂອງວັນທີ 15 ກຸມພາ 2023 ທີ່ບ້ານ ນາມໍ້ ເມືອງພຽງ ແຂວງໄຊຍະບູລີ ຈຶ່ງທຳການສືບສວນກາສາເຫດ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດໃນການກໍ່ເຫດຄັ້ງນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...