spot_img
Homeຂ່າວທ້ອງຖິ່ນເທສະການບຸນຜີໂຂນ

ເທສະການບຸນຜີໂຂນ

Published on

ເມືອງປາກລາຍອອກແຈ້ງຂ່າວກ່ຽວກັບເທສະການບຸນຜີໂຂນ ເຊິ່ງມີລາຍລະອຽດດັ່ງນີ້:

ຄະນະປະທານຈັດງານບຸນຂໍຖືເປັນກຽດແຈ້ງຂ່າວມາຍັງອົງການຈັດຕັ້ງພັກ-ລັດທຸກຂັ້ນ ແລະ ຊາວພຸດທະສານິກະຊົນທັງຫຼາຍ ຊາບທົ່ວເຖິງກັນວ່າ: ບ້ານ ສີສະຫວ່າງ ແລະ ນາສະຫວ່າງ ເມືອງປາກ ລາຍ ແຂວງໄຊຍະບູລີ ຮ່ວມກັບຄະນະກໍາມະການຂັ້ນເມືອງພ້ອມກັນເປັນເຈົ້າພາບ ຈັດງານເທດສະ ການບຸນຜີໂຂນ ປະຈໍາປີ ຄສ 2023 ທີ່ເມືອງ ປາກລາຍ ເຊີ່ງຈະໄດ້ຈັດຂື້ນກົງກັບມື້ຂື້ນ 11-15 ຄ່ໍາ ເດືອນ 4 ພສ 2565 (ວັນທີ 2 ຫາ 6 ມີນາ 2023 ) ແລະ ລາຍລະອຽດໄດ້ມີຕາຕະລາງເຄື່ອນໄຫວບຸນ ດັ່ງນີ້:

ມື້ທີ 1 : ວັນທີ 2 ມີນາ 2023 ກົງກັບມື້ຂື້ນ 11 ຄ່ໍາ ເດືອນ 4 ແມ່ນພິທີເປີດຕະຫຼາດ ນັດຢ່າງເປັນທາງການ, ບໍລິການຂີ່ເຮືອຊົມວີວຕາມສອງຝັ່ງແມ່ນໍ້າຂອງ.
– ຕອນຄໍ່າ ຊົມຕະຫຼາດນັດ, ການວາງສະແດງສິນຄ້າກະສິກໍາ, ຫັດຖະກໍາຂອງປະຊາຊົນ.

ມື້ທີ 2: ວັນທີ 3 ມິນາ 2023 ກົງກັບມື້ຂຶ້ນ 12 ຄໍ່າ ເດືອນ 4 ແມ່ນພິທີເປີດການແຂ່ງ ຂັນຊ່ວງເຮືອ 20 ສີພາຍ ແລະ ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນໍ້າຂອງ.
-ຕອນຄໍ່າ ຊົມການປະກວດນາງທິດາພະເຫວດ ແລະ ເດີນແບບເດັກສະຫຼາດ, ຄໍາຮູ້.

ມື້ທີ 3 : ວັນທີ 4 ມີນາ 2023 ກົງກັບມື້ຂື້ນ 13 ຄໍ່າເດືອນ 4 ແມ່ນກິດຈະກໍາແຫ່ອຸປະຄຸດ, ພິທີປ່ອຍຂະບວນຜີໂຂນ, ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນ້ໍາຂອງ.
– ຕອນຄ່ໍາ ຊົມການສະແດງສິລະປະວັນນະຄະດີ, ການປະກວດນັກຮ້ອງສຽງດີ.

ມື້ທີ 4: ວັນທີ 5 ມີນາ 2023 ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 4 ເຕົ້າໂຮມແຕ່ລະຂະບວນກ້ອນ ກໍາລັງເຂົ້າສູ່ເດີ່ນກິລາເມືອງ, ພິທີເປີດງານເທດສະການບຸນຜີໂຂນປະຈໍາປີ 2023 ຢ່າງເປັນທາງການ, ເຊີນການນໍາ ແລະ ແຂກທ່ຽວຊົມ ຮ້ານວາງສະແດງສິນຄ້າ ແລະ ຊີມອາຫານພື້ນບ້ານ ຢູ່ຕາມແຕ່ລະ ຮ້ານ, ພິທີແຫ່ພະເຫວດສັນດອນ ແລະ ຂະບວນຂອງຜີໂຂນ, ບໍລິການຂີ່ເຮືອຊົມວິວຕາມສອງຝັ່ງ ແມ່ນໍ້າຂອງ.
– ຕອນຄ່ໍາ ຊົມການແຂ່ງຂັນຈູດບັ້ງໄຟດອກຂອງແຕ່ລະບ້ານ ແລະ ຊົມການສະແດງຂອງສີລະ ປີນຊື່ດັງຈາກສູນກາງ.

ມື້ທີ 5: ວັນທີ 6 ມີນາ 2023 ກົງກັບມື້ຂຶ້ນ 15 ຄ່ໍາ ເດືອນ 4 ພິທີຕັກບາດຢາດນໍ້າ ແລະ ຖວາຍເຄື່ອງສັງຂະທານໃຫ້ແກ່ພະສົງ-ສໍາມະເນນ, ທ່ຽວຊົມຕະຫຼາດນັດ ແລະ ຮ້ານວາງສະແດງ ສິນຄ້າຜະລິດຕະພັນ ແລະ ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນໍ້າຂອງ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...