spot_img
Homeຂ່າວທ້ອງຖິ່ນເທສະການ ເຫລົ້າໄຫຫວານ ຕຳນານເຜົ່າແສກ

ເທສະການ ເຫລົ້າໄຫຫວານ ຕຳນານເຜົ່າແສກ

Published on

ໃນຕອນບ່າຍວັນທີ 11 ກຸມພາ 2023 ທີ່ ທ່າຝຣັ່ງ ວັງສີຄາມ ບ້ານທອກ-ນາຍໍ ເມືອງທ່າແຂກ ໄດ້ຈັດເທສະການເຫລົ້າໄຫຫວານ ຕຳນານເຜົ່າແສກ ປະຈຳປີ 2023. ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອງ ຮອງເຈົ້າແຂວງຄຳມ່ວນ, ມີ ທ່ານ ໄຊສົມບູນ ສຸວັນດາລາ ຫົວຫນ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກການ, ການນຳຂອງເມືອງ, ຕະຫລອດຮອດຜູ້ປະກອບການ, ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳບີ້ ລັດຕະນະວົງ ປະທານບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວຈຳກັດຜູ້ດຽວ ໃນນາມຜູ້ພັດທະ ນາແຫລງທ່ອງທ່ຽວທ່າຝຣັ່ງ ວັງສີຄາມ ໄດ້ໃຫ້ຮູ້: ເທສະການເຫລົ້າໄຫຫວານຕຳນານເຜົ່າແສກ ແມ່ນໄດ້ຈັດຂຶ້ນໃນທຸກໆປີ ແນໃສ່ຊຸກຍູ້ສົ່ງເສີມຜະລິດຕະພັນທ້ອງຖິ່ນ ຕິດພັນກັບການທ່ອງທ່ຽວ ກໍຄື ເຫລົ້າໄຫຂອງຊຸມຊົນບ້ານທອກ-ນາຍໍ ທີ່ມີລົດຊາດແຊບ ມາວາງຂາຍ ເພື່ອເປັນຂອງຕ້ອນຂອງຝາກທີ່ລືຊື່ ແກ່ນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ແລະ ທ່ອງທ່ຽວ ຢູ່ທ່າຝຣັ່ງ. ໂອກາດນີ້, ປະທານບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຍັງໄດ້ສະເໜີມາຍັງພາກລັດ ກໍຄື ຂະແໜງການກ່ຽວຂ້ອງຊ່ວຍຊຸກຍູ້ສົ່ງເສີມ ຜະລິດຕະພັນດັ່ງກ່າວ, ເຮັດແນວໃດໃຫ້ຜະລິດຕະພັນນີ້ກາຍ ເປັນສິນຄ້າທີ່ມີເອກະລັກ, ມີຄວາມຍືນຍົງໃນຕໍ່ໜ້າ. ທັງນີ້, ກໍເພື່ອເປັນການສົ່ງເສີມສ້າງລາຍຮັບໃຫ້ແກ່ຊຸມຊົນ, ທັງເປັນການສ້າງກິດຈະກຳການທ່ອງທ່ຽວ ໃຫ້ມີຄວາມຄຶກຄື້ນອີກດ້ວຍ.

ໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ຍັງໄດ້ສະແດງຄວາມຊົມເຊີຍມາຜູ້ປະກອບການ ແລະ ປະຊາ ຊົນ ທີ່ໄດ້ຮັກສາມູນເຊື້ອວັດທະນະທຳຮີດຄອງປະເພນີ ເອກະລັກອັນດີງາມຂອງຊົນເຜົາແສກ ພ້ອມຄະນະຮັບຜິດ ຊອບທີ່ຈັດກິດຈະກຳນີ້ຂຶ້ນ ເພື່ອເປັນການອະນຸລັກຮັກສາວັດທະນະທຳຊົນເຜົ່າແສກ ທີ່ມີມູນເຊື້ອໃນການເຮັດເຫລົ້າໄຫແຊບ, ເຜົ່າແສກເປັນ 1 ໃນ 9 ຊົນເຜົ່າທີ່ດຳ ລົງຊີວິດຢູ່ແຂວງຄຳມ່ວນ, ມີກົກເຄົ້າດຽວກັບໜວດຊົນ ເຜົ່າພາສາ ມອນ-ຂະແມ, ມີຄວາມເຊື່ອສ່ວນຫລາຍໃນການຖືຜີ, ມີການນຸ່ງຖືທີ່ມີເອກະລັກທັງຍິງ ແລະ ຊາຍ, ການປະກອບອາຊີບສ່ວນຫລາຍປູກຝັງ-ລ້ຽງສັດ ແລະ ຄ້າຂາຍ, ມີຄວາມຈະເລີນທາງດ້ານຈິນຕະນາການຕາມການເວລາທີ່ມີການປ່ຽນແປງຕາມຍຸກສະໄໝແຫ່ງການພັດທະນາ. ສຳລັບຢູ່ແຂວງຄຳມ່ວນ ມີຈຳນວນພົນເຜົ່າແສກຫລາຍກວ່າ 2 ພັນຄົນ.

ພ້ອມນີ້, ທ່ານຮອງເຈົ້າແຂວງຄຳມ່ວນ ໃນນາມຕາງໜ້າອົງການປົກຄອງແຂວງ ຍັງໄດ້ຖືໂອກາດເຊີນຊວນບັນດາທ່ານ, ຕະຫລອດຮອດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມສະຖານທີ່ທ່ອງທ່ຽວຢູ່ແຂວງຄໍາມ່ວນ, ນອກຈາກແຫລງທ່ອງທ່ຽວທ່າຝຣັ່ງແລ້ວ ພວກເຮົາມີແຫລ່ງທ່ອງທ່ຽວສຳຄັນ, ສວຍງາມຫລາຍໆ ແຫ່ງ ເປັນຕົ້ນ ຖໍ້າພະໜອງປາຜາ, ຖໍ້ານາງແອ່ນ, ຖໍ້າກອງລໍ, ຂຸນກອງແລງ, ພູຜ່າມານ, ຖໍ້ານໍ້າລອດເຊບັ້ງໄຟ ແລະ ສະຖານທີ່ອື່ນໆ ອີກຈຳນວນໜຶ່ງ.

ທີ່ມາ: ຂ່າວສານແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...