spot_img
Homeຂ່າວພາຍ​ໃນພິທີທຳລາຍສິນຄ້າປະເພດເກືອດຫ້າມ ຢາສູບໄຟຟ້າ, ໝາກກະໂພກ ແລະ ບັ້ງພຸ

ພິທີທຳລາຍສິນຄ້າປະເພດເກືອດຫ້າມ ຢາສູບໄຟຟ້າ, ໝາກກະໂພກ ແລະ ບັ້ງພຸ

Published on

ວັນທີ 08 ກຸມພາ 2023, ພະແນກຕໍາຫຼວດສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ນວ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ, ພະແນກສາທາລະນະສຸກ ນວ ໄດ້ຈັດພິທີທຳລາຍສິນຄ້າປະເພດເກືອດຫ້າມ ມີຢາສູບໄຟຟ້າ 1.275 ອັນ, ໝາກກະໂພກ ແລະ ບັ້ງພຸ ລວມມີ 250 ກິໂລກຣາມ.

ໃນພິທີດັ່ງກ່າວ ພັຕ ອານຸສອນ ວົງພະຈັນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ນວ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ເລກທີ 09/ສພຊ, ລົງວັນທີ 16 ພະຈິກ 2021; ດໍາລັດ ເລກທີ 52/ລບ, ລົງວັນທີ 21 ກຸມພາ 2019 ຂອງນາຍົກລັດຖະມົນຕີ; ແຈ້ງການເລກທີ 01/ຈນວ, ລົງວັນທີ 16 ມັງກອນ 2023 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບຫ້າມຜະລິດ, ນໍາເຂົ້າ, ຊື້-ຂາຍ, ມີໄວ້ຄອບຄອງ, ໝາກກະໂພກ, ບັ້ງໄຟພຸ.

ດັ່ງນັ້ນ ວັນທີ 20 ມັງກອນ 2023 ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ປກສ ນວ ໄດ້ລົງກວດກາຮ້ານຂາຍເຄື່ອງທົ່ວໄປຢູ່ຕະຫຼາດຄໍາສະຫວາດພົບເຫັນໝາກກະໂພກ, ບັ້ງພຸ ລວມນໍ້າໜັກ 233 ກິໂລກຣາມ ແລະ ລົງກວດກາຮ້ານຂາຍເຄື່ອງຢູ່ເຂດບ້ານນາຄໍາ ເມືອງສີໂຄດຕະບອງ ພົບເຫັນໝາກກະໂພກ, ບັ້ງພຸ ລວມນໍ້າໜັກ 27 ກິໂລກຣາມ ແລະ ມາຮອດວັນທີ 24 ມັງກອນ 2023, ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ປກສ ນວ ໄດ້ລົງຕິດຕາມກວດກາ ຢູ່ສູນການຄ້າແຫ່ງໜຶ່ງ ເມືອງສີສັດຕະນາກ ພົບເຫັນຈໍານວນໜຶ່ງຮ້ານທີ່ລັກລອບຂາຍຢາສູບໄຟຟ້າ ຜ່ານການກວດກາພົບເຫັນຢາສູບໄຟຟ້າຈໍານວນ 1.275 ອັນ ສິນຄ້າເກືອດຫ້າມຈໍານວນດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ຢຶດເພື່ອມາທໍາລາຍຖິ້ມ.

ທີ່ມາ: ຄວາມສະຫງົບ ນວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...