spot_img
Homeຂ່າວຕ່າງປະເທດເມຍໂຫດ ກໍ່ເຫດເຜົາຜູ້ຍິງໃນຮ້ານຄາຣາໂອເກະແຫ່ງໜຶ່ງ ໃນເມືອງ ເຢືອງ​ຊວຽນ ປະເທດຫວຽດນາມ

ເມຍໂຫດ ກໍ່ເຫດເຜົາຜູ້ຍິງໃນຮ້ານຄາຣາໂອເກະແຫ່ງໜຶ່ງ ໃນເມືອງ ເຢືອງ​ຊວຽນ ປະເທດຫວຽດນາມ

Published on

ໃນວັນ​ທີ 26 ມັງກອນຜ່ານມາ, ຕຳຫຼວດ​ໄດ້​ກັກ​ຕົວ​ຜູ້​ຍິງ​ອາຍຸ 23 ປີ​ຄົນ​ໜຶ່ງ​ກັບ​ແມ່​ເຖົ້າ​, ໃນ​ຂໍ້​ຫາ​ພະຍາຍາມ​ຄາດ​ຕະກຳ​ພາຍຫຼັງ​ທີ່​ເຂົາ​ເຈົ້າ​ໄດ້​ຈູດ​ຍິງ​ອີກ​ຄົນ​ໜຶ່ງ​ຍ້ອນຄິດວ່າ​​ຜົວ​ຂອງ​ນາງ​ມີ​ຄວາມ​ສຳພັນ​ກັບຍິງທີ່ຢູ່ຮ້ານຄາລາໂອເກະແຫ່ງໜຶ່ງ ເຂດ​ເມືອງ ​ເຢືອງ​ຊວຽນ ​ແຂວງ​ກວາງ​ນາມ ປະເທດຫວຽດນາມ.

ຕາມການລາຍງານຂອງເຈົ້າໜ້າທີ່ລາຍງານວ່າ: ຄົນສອງຄົນໄດ້ທຳຮ້າຍແມ່ຍິງຄົນ, ກ່ອນທີ່ຈະເອົານ້ຳມັນນ້ຳມັນມາຫົດໃສ່ ແລະຈູດເຜົານາງ ຜູ້ເຄາະຮ້າຍຖືກໄຟໄໝ້ປະມານ 20 ວິນາທີ ກ່ອນທີ່ພະຍານຈະດັບໄຟ, ຈາກ​ນັ້ນ​ຜູ້​ເຫັນ​ເຫດການ​ໄດ້​​ນຳ​ຜູ້​ຍິງ​ທີ່ໝົດສະຕິ ເນື່ອງຈາກຖືກໄຟເຜົານຳສົ່ງ​​ໄປ​ໂຮງໝໍ​ທ້ອງ​ຖິ່ນ​ເພື່ອ​ປິ່ນປົວ​ສຸກ​ເສີນ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຍັງບອກຕື່ມອີກ: ຜູ້ຕ້ອງຫາມີຊື່ວ່າ ຫງວຽນ​ທິ​ດຽມ​ເຟືອງ ອາຍຸ 23 ປີ ​ ແລະ ນາງ ດັ້ງ​ທິ​ທອງ​ເຍີດ ອາຍຸ 44 ປີ, ເຊື່ອ​ວ່າ​ຜົວ​ຂອງ​ນາງ​ມີ​ຄວາມ​ສຳພັນ​ກັບ​ຜູ້​ຍິງ​ອາຍຸ 28 ປີ​ຢູ່​ນະຄອນ​ດ່າ​ນັງ ​ເຊິ່ງມີ​ຊາຍ​ແດນ​ຕິດ​ກັບ​ກວາງ​ນາມ.

ທີ່ມາ: VN EXPRESS

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...