Homeຂ່າວຕ່າງປະເທດຄົນຮ້າຍຍິງຜູ້ໂດຍສານເທິງລົດເມ ທີ່ແຂວງພູເກັດ ປະເທດໄທ

ຄົນຮ້າຍຍິງຜູ້ໂດຍສານເທິງລົດເມ ທີ່ແຂວງພູເກັດ ປະເທດໄທ

Published on

ໃນວັນທີ 10 ກຸມພາ 2023 ເວລາ 7:00 ໂມງ ເຈົ້າໜ້າທີ່ຕຳຫຼວດເມືອງພູເກັດໄດ້ຮັບແຈ້ງຈາກຊາວບ້ານວ່າ: ເກີດເຫດຄົນຮ້າຍຍິງຜູ້ໂດຍສານທີ່ນັ່ງຢູ່ພາຍໃນລົດໂດຍສານສາຍ ພູເກັດ-ພັດທະລຸງ ຂະນະລົດກຳລັງແລ່ນຜ່ານບໍລິເວນໂຄ້ງຄວນດິນແດງ ເຂດໃນເມືອງ.

ຕາມການລາຍງານເບື້ອງຕົ້ນຂອງເຈົ້າໜ້າທີ່ລາຍງານວ່າ: ມີຜູ້ບາດເຈັບ 2 ຄົນໃນເຫດການດັ່ງກ່າວ ແລະ ນຳສົ່ງໂຮງໝໍ ເຊິ່ງເຈົ້າໜ້າທີ່ນຳກຳລັງສາຍກວດ-ໜ່ວຍປະຕິບັດການພິເສດ ແຂວງພູເກັດ ກວ່າ 30 ຄົນຕິດອາວຸດຄົບລົງກວດສອບຄົນຮ້າຍທີ່ຍັງລົບຢູ່ໃນລົດ.

ທີ່ມາ: Nation Online

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...