spot_img
Homeຂ່າວທ້ອງຖິ່ນສະໜາມບິນອັດຕະປືຄືບໜ້າໄວກວ່າແຜນ

ສະໜາມບິນອັດຕະປືຄືບໜ້າໄວກວ່າແຜນ

Published on

c3f647410c77a661e0d0f2b3f06db125

 

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະ​ປື ພາຍ­ຫຼັງ​ທີ່​ໄດ້ເລີ່ມ​ລົງ­ມື​ປະ­ຕິ­ບັດ​ມາ​ແຕ່​ໃນ​ເດືອນ​ພຶດ­ສະ­ພາ​ປີແລ້ວ­ນີ້ ມາ​ຮອດ

​ປະ­ຈຸ​ບັນ​ໜ້າ​ວຽກ​ໂດຍ​ລວມ​ມີ​ຄວາມ​ຄືບ​ໜ້າ​ໄວ​ກວ່າແຜນ​ເກືອບ 10% ໂຄງ­ການ​ນີ້​ຈະ​ເປັນ​ໃບ​ໜ້າ​ໃໝ່​ໃຫ້​ອັດ​ຕະ​ປື​ມີ​

ສະ­ໜາມ​ບິນ​ທີ່​ສາ­ມາດ​ ຮອງ​ຮັບ​ສາຍ​ການ­ບິນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້​ນັບ​ຈາກ​ປີ 2015.

 

ທ່ານ ໂກ​ແມັກ ແກ້ວ​ຈຳ­ປາ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງສະ­ໜາມ​ບິນ​ອັດ​ຕະ​ປື​ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນອັດ​

ຕະ​ປື​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 289 ຕື້​ກວ່າ​ກີບ ຫຼື ປະ­ມານ 36,19 ລ້ານ​ໂດ​ລາ​ສະ­ຫະ­ລັດ ຊຶ່ງ​ເລີ່ມ​ຈັດ​ຕັ້ງ​ປະ­ຕິບັດ​ມາ​

ແຕ່​ວັນ​ທີ 10 ພຶດ­ສະ­ພາ 2013 ມາ​ຮອດ​ປະ­ຈຸ​ບັນ​ວຽກການ​ກໍ່­ສ້າງ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 78,19%, ລື່ນ

ແຜນ­ການ 9,10% ອີງ​ຕາມ​ສັນ­ຍາ​ໂຄງ­ການ​ຈະ​ໃຫ້​ສຳ­ເລັດໃນເດືອນ​ພຶດ­ສະ­ພາ 2015.

 

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະ​ປື ​ແມ່ນ​ໂຄງ­ການ​ໜຶ່ງຂອງ​ລັດ­ຖະ­ບານ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ທັງ​ພາຍ​ໃນ ແລະ

ຕ່າງປະ­ເທດ ​ທັງ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ການ­ທ່ອງ­ທ່ຽວ​ຂອງ​ແຂວງອັດ​ຕະ​ປື​ກໍ​ຄື​

ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍສະ­ເພາະ​ແມ່ນ​ການ​ຂົນ­ສົ່ງ​ທາງ​ອາ­ກາດ ທັງ​ນີ້​ໃນ​ໄລ­ຍະ​ຍາວ​ແມ່ນ​ເພື່ອ​ຜັນ​ຂະຫຍາຍ​ແຜນ

​ພັດ­ທະ­ນາ​ເສດ­ຖະ­ກິດ- ສັງ­ຄົມຂອງ​ລັດ­ຖະ­ບານ ແຕ່​ປີ 2010-2020 ຕາມ​ທິດ​ນະ­ໂຍ­ບາຍ​ຫັນ ສປປ ລາວ ຈາກ​ປະເທດ

ທີ່ບໍ່​ມີ​ຊາຍແດນ​ຕິດກັບ​ທະ­ເລ​ ມາ​ເປັນ​ປະ­ເທດ​ບໍ­ລິ­ການ​ທາງຜ່ານ ເພື່ອ​ນຳ­ພາ​ປະ­ເທດ​ຊາດ​ຫຼຸດ​ພົ້ນອອກ​ຈາກ​ປະ­ເທດ

​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020.

 

ສະ­ໜາມ​ບິນ​ອັດ​ຕະ​ປື​ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ສະ­ໜາມ​ບິນ​ໃຫຍ່​ຂອງ​ປະ­ເທດເຮົາ​ ທີ່​ສ້າງ​ໃຫ້​ໄດ້​ມາດ­ຕະ­ຖານ​ຂອງ​ກົມ​

ການ­ບິນ​ພົນ​ລະ​ເຮືອນ ( MOS2009 ) ແລະ ມາດ­ຕະ­ຖານ​ສາ­ກົນ (ICAO) ວາງ​ອອກ​ກໍ​ຄື​ສະ­ໜາມ​ບິນ​ປະ­ເພດ 3C ຊຶ່ງ​

ສາ­ມາດ​ຮອງ​ຮັບ​ເຮືອ­ບິນ​ຂະ­ໜາດ 70-100 ບ່ອນ​ນັ່ງ ເຊັ່ນ: ເຮືອ­ບິນ ATR72, Fokker 70, MA-60, Fokker-100 ຫຼື

ທຽບ​ເທົ່າ.

 

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ແມ່ນ​ມີຫຼາຍ​ໜ້າ​ວຽກ​ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງປະຕິ​ບັດ ໃນ​ນັ້ນ ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ

ໝູ່​ແມ່ນ​ວຽກ​ກໍ່­ສ້າງ​ສະ­ໜາມ​ບິນ 23,45%, ກໍ່­ສ້າງ​ອາ­ຄານ​ຜູ້­ໂດຍ­ສານ 13,90%, ນອກ​ນີ້ ຍັງ​ມີ​ການ​ສ້າງ​ຫໍ​ບັນຊາ​ການ­

ບິນ, ສ້າງ​ສະ­ຖາ­ນີ​ເກັບ​ມ້ຽນ​ພາຫະ​ນະ​ຮັບ​ໃຊ້​ສະ­ໜາມ​ບິນ, ລະ­ບົບ​ນ້ຳໃຊ້, ສ້າງ​ເສັ້ນ­ທາງ​ລານ​ຈອດ​ລົດ​ໂຄງ ສ້າງ​ຕ່າງໆ​

ນອກ​ອາ­ຄານ​ສະ­ໜາມ​ບິນ, ກໍ່­ສ້າງ-ຕິດ​ຕັ້ງ​ລະ­ບົບ​ໄຟ­ຟ້າ, ທາງ​ເຂົ້າສະ­ໜາມ​ບິນ​ລານ​ຈອດ​ລົດ​ສ້າງ​ເສັ້ນ ທາງ​ອ້ອມ​ສະ­

ໜາມ​ບິນ​ລະ­ບົບ​ລະ­ບາຍນ້ຳ, ລະ­ບົບ​ໄຟ​ສະ­ໜາມ​ບິນ, ສະ­ຖາ­ນີວິ­ທະ­ຍຸ, ສະ­ຖາ­ນີ​ໄຟ­ຟ້າ​ສະ­ໜາມ​ບິນ, ສະຖາ​ນີ​ອຸ­ຕຸ­ນິ­ຍົມ,

ຮົ້ວ​ອ້ອມ​ສະ­ໜາມ​ບິນ ແລະ ຕິດ​ຕັ້ງ​ອຸ­ປະ­ກອນ​ຕ່າງໆ​ຮັບ​ໃຊ້​ສະ­ໜາມ​ບິນ​ກໍ​ກຳ­ລັງ​ມີ​ຄວາມ​ຄືບ​ໜ້າ​ ຢ່າງ​ຕໍ່​ເນື່ອງ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...