spot_img
Homeຂ່າວພາຍ​ໃນຫສນຍ ສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023

ຫສນຍ ສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023

Published on

ໃນວັນທີ 8 ກຸມພາ 2023 ນີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ, ຮັບຟັງການລາຍງານສະຫຼຸບຜົນການເຄື່ອນໄຫວວຽກງານ ກໍ່ສ້າງພັກ-ພະນັກງານ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ; ຮັບຟັງການລາຍງານສະຫຼຸບຜົນງານການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ ເຊິ່ງເຫັນໄດ້ວ່າ ຕະຫຼອດໄລຍະປີ 2022 ຜ່ານມາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີການປັບປຸງກົງຈັກການຈັດຕັ້ງ, ມີການສັບຊ້ອນດຸ່ນດ່ຽງພະນັກງານພາຍໃນ ແຕ່ຍັງສາມາດຮັກສາໄດ້ຄວາມສາມັກຄີພາຍໃນ, ຄວາມເປັນເອກະພາບ ແລະ ມີຄວາມສະຫງົບ; ໄດ້ປັບປຸງກົນໄກວິທີເຮັດວຽກໃຫ້ຮັດກຸມ, ຖືກຕ້ອງ, ວ່ອງໄວຂຶ້ນ ສາມາດຮັບປະກັນການປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ວຽກງານເສນາທິການໄດ້ຍົກສູງຄວາມເປັນເຈົ້າການເປັນງານເສນາທິການ ໃຫ້ແກ່ລັດຖະບານ ກໍຄື ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ບົນພື້ນຖານການປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ເອກະສານທາງລັດຖະການຕ່າງໆ, ວຽກປະສານງານ ໄດ້ເປັນເຈົ້າການໃນປະສານສົມທົບຢ່າງແໜ້ນແຟ້ນ ແລະ ກົມກຽວກັບ ຫ້ອງວ່າການສູນກາງພັກ, ເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການສຳນັກງານປະທານປະເທດ, ບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອກະກຽມບັນດາເນື້ອໃນ ແລະ ເອກະສານຕ່າງໆ ທີ່ຈະລາຍງານ ຕໍ່ກອງປະຊຸມສໍາຄັນຕ່າງໆ, ລວມທັງ ການກະກຽມໃຫ້ແກ່ການລົງເຄື່ອນໄຫວວຽກງານຂອງ ທ່ານນາຍົກ, ທ່ານຮອງນາຍົກລັດຖະມົນຕີ ຢູ່ທ້ອງຖິ່ນ.

ສໍາລັບວຽກບໍລິການຮັບໃຊ້ ໄດ້ເປັນເຈົ້້າການໃນການກະກຽມສິ່ງອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ການຈັດກອງປະຊຸມສຳຄັນຕ່າງໆ ທີ່ນາຍົກ-ຮອງນາຍົກລັດຖະມົນຕີ ເປັນປະທານ ມີສໍາເລັດເປັນຢ່າງດີ, ໄດ້ກະກຽມສິ່ງອຳນວຍຄວາມສະດວກດ້ານຕ່າງໆ ໃນການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຢ້ຽມຂໍ່ານັບທ່ານນາຍົກ-ບັນດາຮອງນາຍົກ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ຄະນະນໍາ ຫສນຍ, ລວມທັງ ກອງປະຊຸມ ແລະ ພິທີສຳຄັນລະດັບຊາດ; ໄດ້ສຸມໃສ່ວຽກງານໂຄສະນາ ບັນດານະໂຍບາຍຂອງລັດຖະບານ ແລະ ການເຄື່ອນໄຫວວຽກງານ ຢູ່ພາຍໃນ ແລະ ຕ່າງປະເທດຂອງທ່ານນາຍົກ-ບັນດາຮອງນາຍົກ ລັດຖະມົນຕີ ດ້ວຍຫຼາຍຮູບການ ແລະ ຫຼາຍວິທີ, ສຳເລັດດ້ານການບໍລິຫານ-ພິທີການ ແລະ ການເງິນ ໃນການກະກຽມ ຮັບໃຊ້ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງບັນດານຳຂັ້ນສູງຈາກຕ່າງປະເທດ, ລວມທັງ ການຢ້ຽມຢາມຕ່າງປະເທດ ຂອງທ່ານນາຍົກ-ຮອງນາຍົກລັດຖະມົນຕີ. ທັງໝົດນັ້ນ,ໄດ້ປະກອບສ່ວນເຮັດໃຫ້ການເຄື່ອນໄຫວວຽກງານຂອງລັດຖະບານ ກໍຄື ຂອງທ່ານນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ສຳເລັດຕາມແຜນທີ່ວາງໄວ້.

ໃນໂອກາດນີ້, ທ່ານ ປະທານກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ພະນັກງານ-ລັດຖະກອນ ທົ່ວ ຫສນຍ ໄດ້ພ້ອມກັນບຸກໜ້າບືນຕົວ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດຕະຫຼອດໄລຍະ 1 ປີທີ່ຜ່ານມາ. ເພື່ອສືບຕໍ່ປະຕິບັດຄໍາຂວັນ 3 ໜ້າທີ່ຕົ້ນຕໍ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປສູ່ຄຸນນະພາບໃໝ່ນັ້ນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ກ່ອນອື່ນໝົດຄະນະປະຈໍາພັກ, ຄະນະພັກ ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນໍາວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີຄວາມເປັນເອກະພາບ ແລະ ສາມັກຄີເປັນປຶກແຜ່ນ, ຄຽງຄູ່ກັບການສ້າງບາດລ້ຽວໃໝ່ ການເປັນເສນາທິການ ໃນການຄົ້້ນຄວ້າ ໄດ້ມີການຫັນປ່ຽນຢ່າງແຂງເເຮງ ເລິກເຊິ່ງ ຮອບດ້ານ ທາງດ້ານວິຊາການ, ສ້າງກົນໄກປະສານງານ ທີ່ໂລ່ງລ່ຽນ ກົມກຽວ, ສະໜອງການບໍລິການຮັບໃຊ້ທີ່ສະດວກວ່ອງໄວ, ມີຄຸນນະພາບ ແລະ ກ້າວໄປສູ່ການຫັນປ່ຽນທີ່ຕັ້ງໜ້າ ແລະ ທັນສະໄໝ ໂດຍ 3 ຫັນປ່ຽນຄື: ຫັນປ່ຽນຈາກແນວຄິດຄອງຄອຍ, ລັງເລ, ລໍຖ້າແຕ່ຄຳສັ່ງ, ໄປສູ່ຄວາມເປັນເຈົ້າການກວ່າເກົ່າ; ຫັນຈາກການເຮັດວຽກບໍ່ມີຈຸດສຸມຈະແຈ້ງ ໄປສູ່ການເຮັດວຽກຢ່າງມີລະບົບ, ເຂົ້າສູ່ລະບຽບ, ມີຈຸດສຸມ ແລະ ຄາດໝາຍທີ່ຊັດເຈນ ແລະ ຫັນຈາກລະບົບການເຮັດວຽກຫຼາຍຂັ້ນ ຫຼາຍຂອດ ໄປສູ່ລະບົບການເຮັດວຽກທີ່ສະດວກ, ວ່ອງໄວ, ແລະ ທັນສະໄໝ ກວ່າເກົ່າ.

ໃນໂອກາດດໍາເນີນກອງປະຊຸມ ຄັ້ງນີ້, ຍັງໄດ້ມີພິທີປະກາດການຈັດຕັ້ງ ພາຍໃນ ຫສນຍ ເຊິ່ງທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຊ່ວຍທ່ານນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບໍານານ ແລະ ເອກະສານທີ່ກ່ຽວຂ້ອງ ວ່າດ້ວຍການຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງສຶກສາທິການ ແລະ ກິລາ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...