spot_img
Homeຂ່າວພາຍ​ໃນມອບເງິນນະໂຍບາຍຜູ້ມີຜົນງານໃນພາລະກິດຮັບໃຊ້ການປະຕິວັດ

ມອບເງິນນະໂຍບາຍຜູ້ມີຜົນງານໃນພາລະກິດຮັບໃຊ້ການປະຕິວັດ

Published on

ແຫຼ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ມີພິທີມອບ-ຮັບເງິນນະໂຍບາຍໃຫ້ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິ ປະໄຕ ປະຈຳປີ 2022 ຕາມດຳລັດ 272/ລບ ຢູ່ພະແນກແຮງງານ ແລະ ສະຫັວດດີການ-ສັງຄົມແຂວງ ຈໍານວນ 5 ທ່ານ, ຍິງ 1 ທ່ານ ໃນ 2 ເມືອງຄື: ເມືອງບໍລິຄັນ ແລະ ເມືອງວຽງທອງ ລວມເປັນເງິນທັງໝົດ 109 ລ້ານກວ່າກີບ ເຊິ່ງມອບໂດຍ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຫ້ອງການ ຮສສ ເມືອງ, ຕາງໜ້າຜູ້ໄດ້ຮັບເງິນນະໂຍ ບາຍ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ອຸດອນ ຄໍາພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງບໍລິຄຳໄຊ ໄດ້ຜ່ານຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການນະໂຍບາຍ ການອະນຸມັດເງິນອຸດໜູນເສຍ ສະຫລະຊິວິດ ໃນງວດ IV ປະຈໍາປີ 2022 ຕາມດຳລັດ 272/ລບ ວ່າດ້ວຍມອບເງິນນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ສຳລັບປີ 2022 ຈໍານວນ 5 ທ່ານ, ຍິງ 1 ທ່ານ ໃນ 2 ເມືອງຄື: ເມືອງບໍລິຄັນ ແລະ ເມືອງວຽງທອງ;

ໂອກາດນີ້, ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຮຽກຮອງໃຫ້ຕາງໜ້າ ຜູ້ໄດ້ຮັບເງິນນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ ໃນພາລະກິດຮັບໃຊ້ ການປະຕິວັດຊາດ ປະຊາທິປະໄຕໃນຄັ້ງນີ້ ຈົ່ງນໍາໃຊ້ເງິນດັ່ງກ່າວ ໃຫ້ເຂົ້າເປົ້າໝາຍ ແລະ ເໝາະສົມກັບຄວາມເປັນຈິງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...