spot_img
Homeຂ່າວພາຍ​ໃນກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະເພດ

ກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະເພດ

Published on

ລັດວິສາຫະກິດໄຟຟ້າລາວ (ຟຟລ) ກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະເພດ ຄື: ປະເພດທູດ ແລະ ອົງການຈັດຕັ້ງສາກົນ; ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ; ປະເພດທຸລະກິດສຶກສາ ແລະ ກິລາ; ປະເພດທຸລະກິດບັນເທີງ; ປະເພດສໍານັກງານລັດບໍລິຫານ; ປະເພດກະສິກໍາ; ປະເພດອຸດສາຫະກຳ; ປະເພດທາງລົດໄຟ ແຕ່ຈະຍົກເວັ້ນປະເພດທີ່ຢູ່ອາໄສ.

ພາຍຫຼັງທີ່ລັດຖະບານ ໄດ້ແຕ່ງຕັ້ງຄະນະປະຕິຮູບຢ່າງເປັນທາງການ, ແຜນປະຕິຮູບໄດ້ຫັນເປັນອັນລະ ອຽດ ແລະ ແບ່ງເປັນ 2 ໄລຍະຄື: ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ ເພື່ອຄວາມຍືນຍົງຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງໜຶ່ງໃນນັ້ນ ການປະຕິບັດແຜນປະຕິຮູບ ຂອງລັດວິສາຫະກິດໄຟຟ້າລາວ ແມ່ນ ການປະຕິບັດມາດຕະການແກ້ໄຂໜີ້ສິນທີ່ ຟຟລ ພ້ອມຕີຖອຍລະບົບເກື້ອກູນ ແລະ ຫັນເປັນວິສາຫະກິດທີ່ກຸ້ມຕົນເອງ ດັ່ງນັ້ນ ລັດຖະບານ ຈຶ່ງມີຄວາມຈຳເປັນໃນການປັບປຸງໂຄງສ້າງ ແລະ ອັດຕາລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງທາງດ້ານເສດຖະກິດ ແລະ ການເງິນໃນແຕ່ລະໄລຍະ; ເພື່ອເພີ່ມກະແສລາຍຮັບໃຫ້ ລັດວິສາຫະກິດໄຟຟ້າລາວ ໃຫ້ສົມຄູ່ກັບອັດຕາແລກປ່ຽນທີ່ອ່ອນຄ່າຂອງເງິນກີບ ໃຫ້ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85%; ໂຄງສ້າງ ແລະ ລາຄາໄຟຟ້າທີ່ນຳໃຊ້ໃນປັດຈຸບັນ ແມ່ນໂຄງສ້າງເດີມແຕ່ປີ 2012 ສ່ວນອັດຕາລາຄາ ແມ່ນໄດ້ສືບຕໍ່ນຳໃຊ້ອັດຕາລາຄາຂອງປີ 2017 ແລະ ປັບຂຶ້ນ 2% ໃນເດືອນກຸມພາ 2021 ເປັນຕົ້ນມາຈົນເຖິງປັດຈຸບັນ, ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫລືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ; ປະຕິບັດນະໂຍບາຍຫລຸດການເກື້ອກູນ ພາກທຸລະກິດລົງເທື່ອລະກ້າວ; ເພື່ອໃຫ້ ຟຟລ ມີກະແສເງິນໃນການຊຳລະໜີ້ສິນເງິນກູ້ ແລະ ຊຳລະຄ່າກະແສໃຫ້ບັນດາຜູ້ຜະລິດໄຟຟ້າຂາຍພາຍໃນປະເທດ ໃນໄລຍະທົດແທນການລົງທຶນ.

ສະເພາະການປັບປຸງໂຄງສ້າງ ປະເພດຜູ້ຊົມໃຊ້ທີ່ບໍ່ແມ່ນທີ່ຢູ່ອາໄສ ມາຮອດ ປີ 2022 ການຊົມໃຊ້ໄຟຟ້າພາຍໃນປະເທດ ມີທັງໝົດປະມານ 10.000 ລ້ານກິໂລວັດໂມງ ມີຈໍານວນຜູ້ຊົມໃຊ້ທັງໝົດ 1.618.303 ຫົວໜ່ວຍ ໃນນັ້ນປະເພດທີ່ຢູ່ອາໄສກວມ 25% ຂອງການຊົມໃຊ້ໄຟທັງໝົດ ປະມານ 2.647 GWh ແລະ ມີໝໍ້ນັບໄຟ 1.532.344 ຫົວໜ່ວຍ ເທົ່າກັບ 94,7%. ສ່ວນປະເພດອື່ນໆກວມເອົາ 75% ເປັນພະລັງງານ 7.924 GWh ແລະ ກວມເອົາຈໍານວນຜູ້ຊົມໃຊ້ພຽງແຕ່ 85.959 ຫົວໜ່ວຍ ເທົ່າກັບ 5,3% ເຊິ່ງປະເພດບໍ່ແມ່ນທີ່ຢູ່ອາໄສ ໄດ້ມີການຈັດແບ່ງດັ່ງນີ້: ປະເພດທູດ ແລະ ອົງການຈັດຕັ້ງສາກົນເອົາພຽງ 0,1% ແລະ ມີຜູ້ຊົມໃຊ້ 140 ຫົວໜ່ວຍ ປະເພດທຸລະກິດທົ່ວໄປ ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວກວມເອົາ 9,0% ແລະ ມີຜູ້ຊົມໃຊ້ 43.562 ຫົວໜ່ວຍ ປະເພດທຸລະກິດສຶກສາ ແລະ ກິລາ ກວມເອົາ 0,3% ແລະ ມີຜູ້ຊົມໃຊ້ 743 ຫົວໜ່ວຍ ປະເພດທຸລະກິດບັນເທີງ ກວມເອົາ 0,1% ແລະ ມີຜູ້ຊົມໃຊ້ 111 ຫົວໜ່ວຍ ປະເພດສໍານັກງານລັດບໍລິຫານ 3,3% ແລະ ມີຜູ້ຊົມໃຊ້ 17.985 ຫົວໜ່ວຍ ປະເພດກະສິກໍາ 0,6% ແລະ ມີຜູ້ຊົມໃຊ້ 1.121 ຫົວໜ່ວຍ ປະເພດອຸດສາຫະກຳ ກວມເອົາ 30,7% ແລະ ມີຜູ້ຊົມໃຊ້ 22.277 ຫົວໜ່ວຍປະເພດທາງລົດໄຟ 0,6% ແລະ ມີຜູ້ຊົມໃຊ້ 10 ຫົວໜ່ວຍ ພິເສດ ປະເພດທຸລະກິດຂຸດຄົ້ນຊັບສິນດີຈິຕອນ ກວມເອົາ 30,2% ແລະ ມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ແລະ ເປັນໂຄງການທົດລອງຂອງລັດຖະບານ.
_____
Cr. ປະເທດລາວ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...