spot_img
Homeຂ່າວພາຍ​ໃນບົດບັນທຶກການເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງ (UXO) ຢູ່ໃນ ສປປ ລາວ

ບົດບັນທຶກການເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງ (UXO) ຢູ່ໃນ ສປປ ລາວ

Published on

ທ້າຍເດືອນ ມັງກອນ 2023 ຜ່ານມານີ້, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ກັບ ກະຊວງປ້ອງກັນປະເທດເພື່ອສະໜັບສະໜູນການເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງ (UXO) ຢູ່ໃນ ສປປ ລາວໂດຍການເຂົາຮ່ວມເປັນປະທ່ານ ຂອງສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ, ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ກະຊວງປ້ອງກັນປະເທດ ມີບັນດາທ່ານແຂກ ຈາກມາຈາກກະຊວງປ້ອງກັນປະເທດ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ທັງສອງຝ່າຍເຂົ້າຮ່ວມ.

ບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ບ່ອນທີ່ຖືກຖິ້ມລະເບີດລົງຫຼາຍທີ່ສຸດໃນແຂວງສະຫວັນນະເຂດ ແລະ ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ເປັນວຽກງານທີ່ສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ ກໍຄື ວຽກງານພັດທະນາຊຸມຊົນ. ນັບຕັ້ງແຕ່ປີ 1996, ລຊມລ ໄດ້ລົງທຶນຫຼາຍກວ່າ US$56 ລ້ານໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ກວມໃນເນື້ອທີ່ 6,400 ເຮັກຕາ ແລະ ໄດ້ທຳລາຍລະເບີດບໍ່ທັນແຕກໄດ້ 60,000 ລູກ ອັນໄດ້ສະໜັບສະໜູນ ຊຸມຊົນທ້ອງຖິ່ນໃນການພັດທະນາໂຄງການກະສິກຳ ແລະ ໂຄງການພັັດທະນາອື່ນໆຢຸ່ອ້ອມຂ້າງບໍ່ຄຳ-ທອງ ເຊໂປນ ລຊມລ, ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການຄຸ້ມຄອງເກັບກູ້ລະເບີດແຫ່ງຊາດ ແລະ ອົງການເກັບກູ້ລະເບີດແຫ່ງຊາດ ໄດ້ເຮັດວຽກງານຮ່ວມກັນ ເພື່ອປັບປຸງມາດຕະຖານການເກັບກູ້ລະເບີດທີ່ບໍ່ທັນແຕກ. ໃນປີ 2015, ລຊມລ ແລະ ຄະນະກຳມະການຄຸ້ມຄອງເກັບກູ້ລະເບີດແຫ່ງຊາດ ໄດ້ຮ່ວມກັນສ້າງຫຼັກສູດຝຶກອົບຮົມກ່ຽວກັບ ການທຳລາຍລະເບີດທີ່ບໍ່ທັນແຕກເພື່ອສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການລາວ ໃຫ້ໄດ້ຮັບຄຸນວຸດທິເປັນທີ່ຍອມຮັບໃນລະດັບສາກົນ.

ທ່ານ ພົນຈັດຕະວາ ວຽງໄຊ ໄຊສະໝອນ, ຫົວໜ້າກົມຊ່າງແສງ, ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ການຮ່ວມມືນີ້ ສະໜັບສະໜູນໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກດຳເນີນໄປຢ່າງປອດໄພ ຖືກຕ້ອງຕາມມາດຕະຖານແຫ່ງຊາດຂອງ ຄະນະກຳມະການຄຸ້ມຄອງເກັບກູ້ລະເບີດແຫ່ງຊາດ. ພວກເຮົາຈະສານຕໍ່ການຮ່ວມມືກັບ ລຊມລ ທີ່ມີມາເປັນທົດສະຫວັດ ເພື່ອບັນລຸພາກປະຕິບັດທີ່ດີທີ່ສຸດໃນການເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ.”

ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ມີ: ທ່ານ ພົນຈັດຕະວາ ວຽງໄຊ ໄຊສະໝອນ, ຫົວໜ້າກົມຊ່າງແສງ, ກະຊວງປ້ອງກັນປະເທດ (ຊ້າຍ) ແລະ ທ່ານ ໄມໂຄ ສະຕັອດ, ຜູ້ຈັດການພະແນກເຕັກນິກບໍ່ແຮ່ຂອງ ລຊມລ (ຂົວ) ໂດຍການເປັນສັກຂີພິຍານຂອງ ທ່ານ ພັນເອກ ປາດຖະນາ ວຸດທິສັກ ຮອງຫົວໜ້າຫ້ອງການ ກົມໃຫ່ຍເສນາທິການກອງທັບ ແລະ ທ່ານ ປາລີວັດ ອິນທະວົງ, ຫົວໜ້າສາຍງານດ້ານໂຄງການ ແລະ ການບໍລິການຂອງ ລຊມລ.

Cr: ນັກຮົບຊ່າງແສງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...