spot_img
Homeຂ່າວຍົນຕົກເຫດເຮືອບິນຊ້ອມຮົບ Su-22 ຂອງຫວຽດນາມຕົກ

ເຫດເຮືອບິນຊ້ອມຮົບ Su-22 ຂອງຫວຽດນາມຕົກ

Published on

ເອເອັບພີ ສື່ທາງການຂອງຫວຽດນາມໄດ້ລາຍງານໃນວັນທີ 31 ມັງກອນ ທີ່ຜ່ານມາ, ເກີດເຫດເຮືອບິນຊ້ອມຮົບ Su-22 ທີ່ຜະລິດໃນຣັດເຊຍຂອງກອງທັບອາກາດຫວຽດນາມ ໄດ້ເກີດເຫດຕົກລະຫວ່າງຝຶກຊ້ອມ ໃນພາກພຶ້ນທາງເໜືອຂອງປະເທດຫວຽດນາມ.

ຕາມການລາຍງານວ່າ: ເຮືອບິນທີ່ປະສົບອຸບັດຕິເຫດໄດ້ເຂົ້າຮ່ວມການຝຶກຊ້ອມບິນ ໃນຊ່ວງປະມານຕອນມ່ຽງ ກ່ອນຕົກໃສ່ສະໜາມບິນທະຫານໃນ ແຂວງອຽນບ່າຍ.

ນັກບິນໄດ້ຮັບຄຳສັ່ງໃຫ້ດີດໂຕອອກຈາກເຮືອບິນ ແຕ່ເຂົາພະຍາຍາມຈະຮັກສາເຮືອບິນໄວ້ ແລະ ເສຍຊີວິດໃນທີ່ສຸດ ແບບບໍ່ຮູ້ສາເຫດທີ່ແນ່ນອນ, ເຖິງແມ່ນວ່າພາກການບິນຂອງຫວຽດນາມຈະມີສະຖິຕິຄວາມປອດໄພສູງ ແຕ່ອຸບັດຕິເຫດທີ່ກ່ຽວກັບເຮືອບິນທະຫານນັ້ນເກີດຂຶ້ນຫຼາຍ.

ຢ່າງໃດກໍຕາມໜຶ່ງ​ໃນ​ບັນດາ​ອຸປະຕິ​ເຫດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນປີທີ່ຜ່ານມານີ້​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ກໍລະກົດ 2014 ​ເມື່ອ​ເຮືອບິນ​ເຮ​ລິ​ຄອບ​ເຕີ Mi-171 ລຳ​ໜຶ່ງ​ຕົກ​ຢູ່​ຮ່າ​ໂນ້ຍ ​ໃນ​ເວລາ​ບິນ​ຝຶກ​ຊ້ອມ ​ເຮັດ​ໃຫ້ 19 ຄົນ​ເສຍ​ຊີວິດ​ໃນ​ເຫດການ​ຄັ້ງ​ນີ້.

ທີ່ມາ: MGR online

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...