spot_img
Homeຂ່າວຕ່າງປະເທດໄຟໄໝ້ຕະຫລາດເກົ່າພະນົມເປັນ ມູນຄ່າເສຍຫາຍສູງກ່ວາ 1.5 ລ້ານໂດລາ

ໄຟໄໝ້ຕະຫລາດເກົ່າພະນົມເປັນ ມູນຄ່າເສຍຫາຍສູງກ່ວາ 1.5 ລ້ານໂດລາ

Published on

557000013999201

 

ເກີດເຫດໄຟໄໝ້ຕະຫລາດເກົ່າໃນນະຄອນຫລວງພະນົມເປັນ ນະຄອນຫລວງຂອງກຳປູເຈຍ ຕອນເວົ້າມື້ວານ

ນີ້ (24 ພະຈິກ) ຮ້ານຄ້າຖືກເຜົາວອດກ່ວາ 229 ຮ້ານ ມູນຄ່າເສຍຫາຍສູງກ່ວາ 1.5 ລ້ານໂດລາ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 24 ພະຈິກຜ່ານມານີ້ວ່າ ເຫດການໄຟໄໝ້ດັ່ງກ່າວ ແມ່ນໄດ້ເຮັດໃຫ້

ຮ້ານຄ້າ 229 ແຫ່ງ ຈາກທັງໝົດ 914 ແຫ່ງໃນຕະຫລາດ ຖືກໄຟໄໝ້ວອດ ຄາດການປະເມີນຜົນເສຍຫາຍເບື້ອງ

ຕົ້ນແມ່ນສູງເຖິງ 1.5 ລ້ານໂດລາ.

 

ແຫລ່ງຂ່າວໄດ້ລະບຸວ່າ ເຫດໄຟໄໝ້ດັ່ງກ່າວເກີດຂຶ້ນໃນເວລາປະມານ 7:30 ໂມງ ຕອນເຊົ້າຈາກພື້ນທີ່ໃຈກາງຕະ

ຫລາດ ທີ່ມຸງດ້ວຍສັງກະສີ ແລະ ໃຊ້ເວລາໃນການມອດໄຟຢູ່ປະມານ 2 ຊົ່ວໂມງ ໂດຍບໍ່ມີລາຍງານຜູ້ໄດ້ຮັບບາດ

ເຈັບ ຫລື ເສຍຊີວິດແຕ່ຢ່າງໃດ.

 

ທາງການນະຄອນຫລວງພະນົມເປັນ ໄດ້ລະບຸໃນຖະແຫລງການສະບັບໜຶ່ງວ່າ ສາເຫດຂອງໄຟໄໝ້ດັ່ງກ່າວນີ້

ແມ່ນມາຈາກໄຟຟ້າລັດວົງຈອນ ແລະ ປະຕິເສດກ່ຽວກັບຂ່າວລືວ່າມີການລັກລອບວາງເພີງ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...