Homeຂ່າວທ້ອງຖິ່ນບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2023

ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2023

Published on

ແຂວງຈໍາປາສັກ ກໍາລັງກະກຽມຈັດບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2023 ໃນລະ ຫວ່າງວັນທີ 3-5 ກຸມພາທີ່ຈະມາເຖີງນີ້ ເຊີ່ງປີນີ້ ຈະມີຫລາກຫລາຍກິດຈະກໍາກວ່າທຸກປີຜ່ານມາ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວຢູ່ ແຂວງຈໍາປາສັກ ໃຫ້ນັບມື້ຂຶ້ນ.

​ທ່ານ ສະຫວາດ ແກ້ວບັນດິດ, ເຈົ້າເມືອງຈໍາປາສັກ, ຮອງປະທານຄະນະກໍາມະການຈັດງານບຸນດັ່ງກ່າວ ໃຫ້ສໍາພາດ ຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 30 ມັງກອນນີ້ວ່າ: ກິດຈະກໍາທີ່ຈະຈັດຂຶ້ນໃນໂອກາດບຸນຜາສາດຫີນວັດພູຈໍາປາສັກ ປີນີ້ ຈະມີຫລາຍກິດຈະກໍາຕາມທີ່ເຄີຍປະຕິບັດມາ ເປັນຕົ້ນ: ພິທີທາງສາດສະໜາ, ການຈັດຕັ້ງກອງບຸນ, ການວຽທຽນ ແລະ ການໃສ່ບາດ.

ນອກຈາກນີ້ ຈະມີການຈັດງານຕະຫລາດນັດວາງສະແດງຂາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າອື່ນໆ ຄາດວ່າຈະມີ 250 ຮ້ານເຂົ້າຮ່ວມວາງສະແດງ, ຈະມີການຄົບງັນ ແລະ ສະແດງສິລະປະທັງຈາກພາຍໃນ ແຂວງຈໍາປາສັກ ແລະ ນັກຮ້ອງຮັບເຊີນຈາກປະເທດໃກ້ຄຽງໃນແຕ່ລະຄືນ, ການແຂ່ງຂັນກິລາພື້ນເມືອງ ເປັນຕົ້ນ: ດຶງເຊືອກ, ແລ່ນເປົາ, ປີນເສົາເອົາລາງວັນ, ການປ່ອຍເປັດ-ຈັບເປັດໃນໜອງ ແລະ ອື່ນໆ. ແຕ່ພິເສດ ໃນປີນີ້ ຈະເພີ່ມອີກ 2 ກິດຈະກໍາເຂົ້າມາໃໝ່ ຄື: ການແຫ່ຜາສາດເຜີ້ງ ແລະ ແຫ່ກາລະພຶກຮ່ວມກັບການແຮ່ຂະບວນອື່ນໆ ໃນມື້ເປີດງານໃນວັນທີ 3 ກຸມພາ ເພື່ອໃຫ້ມີຫລາຍກິດຈະກໍາກວ່າເກົ່າ.

ແຫຼ່ງຂ່າວ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...