spot_img
Homeຂ່າວພາຍ​ໃນດ່ານພາສີສາກົນນາເພົ້າ ເກັບລາຍຮັບໄດ້ 94,7 ຕື້ກີບ

ດ່ານພາສີສາກົນນາເພົ້າ ເກັບລາຍຮັບໄດ້ 94,7 ຕື້ກີບ

Published on

ແຫຼ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນປີ 2022 ດ່ານພາສີສາກົນນາເພົ້າ ໄດ້ຮັບການມອບຫມາຍເກັບລາຍຮັບເຂົ້າງົບປະມານທັງຫມົດ 184,7 ຕື້ກີບ ທຽບໃສ່ ປີ 2021 ແມ່ນເພີ່ມຂຶ້ນ ເທົ່າກັບ 97,98% (ແຜນງົບປະມານໃນປີ 2021 ແມ່ນ 93,2 ຕື້ກີບ) ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບໄດ້ທັງຫມົດ 94,7 ຕື້ກີບ ເທົ່າກັບ 51,29% ຂອງແຜນການ.

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວຫນ້າດ່ານພາສີ ສາກົນນາເພົ້າ ແຂວງຄໍາມ່ວນ ລາຍງານໃຫ້ຮູ້ກ່ຽວກັບສາເຫດໃນການຈັດເກັບລາຍຮັບ ບໍບັນລຸຕາມແຜນການ ໃນສົກປີ 2022 ເມື່ອບໍ່ດົນນີ້ວ່າ: ຕົວເລກການມອບຫມາຍຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ເປັນຕົວເລກທີ່ສູງພໍສົມຄວນ ເຊິ່ງເພີ່ມຂຶ້ນເກືອບເທົ່າຕົວ ຖ້າທຽບໃສ່ ປີ 2021 ແລະ ໃນປີ 2022 ດ່ານສາກົນນາເພົ້າ ຄາດວ່າຈະໄດ້ຮັບການເກັບຄ່າຊັກພິເສດ ສົ່ງອອກປະເພດແຮ່ທາດຕ່າງໆ ແຕ່ວ່ານິຕິກໍາທີ່ເປັນບ່ອນອີງ ໃນການເກັບຄ່າຊັກພິເສດສິນຄ້າປະເພດດັ່ງກ່າວ ແມ່ນຍັງຢູ່ໃນການປັບປຸງບໍ່ທັນແລ້ວ, ການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ທີ່ເປັນລາຍຮັບຫລັກ ແມ່ນ ເຄື່ອນໄຫວບໍ່ປົກກະຕິ, ບາງບໍລິສັດແມ່ນບໍ່ມີການເຄື່ອນໄຫວເລີຍ, ການເຄື່ອນໄຫວຂອງຜູ້ປະກອບການໃນການ ນໍາເຂົ້າ-ສົ່ງອອກ ພົບຄວາມຫຍຸ້ງຍາກທາງດ້ານ ການເງິນ (ຄ່າຂອງເງິນກີບ ແລະ ເງິນຕາບໍ່ຄົງທີ່, ເງິນກີບອ່ອນຕົວ ເຮັດໃຫ້ການນໍາເຂົ້າສິນຄ້າຫລຸດລົງ), ການນໍາເຂົ້າສິນຄ້າສ່ວນຫລາຍ ຜູ້ປະກອບການແມ່ນຫັນ ໄປນໍາເຂົ້າຕາມກອບຂອງອາຊຽນ ເຊິ່ງໄດ້ຮັບບູລິມະສິດໃນການຫລຸດຜ່ອນ ແລະ ຍົກເວັ້ນພາສີນໍາເຂົ້າ ແລະ ຈໍານວນຫນຶ່ງກໍ່ນໍາເຂົ້າຕາມໂຄງການລົງທຶນ ເຊິ່ງໄດ້ຮັບ ການຍົກເວັ້ນຕາມນະໂຍບາຍສົ່ງເສີມການລົງທຶນທັງພາຍໃນ ແລະຕ່າງປະເທດ.

ສໍາລັບໃນປີ 2023 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບຫມາຍເກັບລາຍຮັບທັງຫມົດ 162,4 ຕື້ກີບ ທຽບໃສ່ປີ 2022 ຫລຸດລົງ 12,07% ແລະ ເພື່ອເຮັດໃຫ້ ຄາດຫມາຍສູ້ຊົນດັ່ງກ່າວບັນລຸຕາມແຜນການ ດ່ານພາສີສາກົນນາເພົ້າ ໄດ້ວາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດຄື: ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນຢ່າງປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງຫນັກແຫນ້ນ, ສືບຕໍ່ລົງຊຸກຍູ້, ຕິດຕາມ, ກວດກາການປະຕິບັດ ວຽກງານຂອງພະນັກງານແຕ່ລະກຸ່ມງານຢ່າງເປັນປົກກະຕິ, ກວດກາເອກະສານ, ຫົວຫນ່ວຍ, ຈໍານວນ, ນໍ້າຫນັກ, ລາຄາ, ລະຫັດ, ແຫລ່ງກໍາເນີດສິນຄ້າ ແລະ ສິຄ້າ ນໍາເຂົ້າ ຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມຮັດກຸມ ຖືກຕ້ອງຕາມລະບຽບກົດຫມາຍ, ຄຸ້ມຄອງສິນຄ້າຜ່ານແດນສາກົນໃຫ້ໄປຕາມລະບົບ ແລະ ມາດຕະຖານການຂົນສົ່ງສາກົນ, ປັບປຸງຂອດການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ຕັດຮອນຂັ້ນຕອນທີ່ບໍ່ຈໍາເປັນອອກ ແລະ ເພີ່ມທະວີວຽກງານກວດກາ ສິນຄ້າ ເຂົ້າ-ອອກດ່ານ ໃຫ້ຫນັກແຫນ້ນ, ເຂັ້ມແຂງ, ສືບຕໍ່ປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ແລະ ບັນດານິຕິກໍາອື່ນໆ ທີ່ພົວພັນເຖິງການນໍາເຂົ້າ-ສົ່ງອອກ ຢ່າງເຂັ້ມງວດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...