spot_img
Homeຂ່າວພາຍ​ໃນພິທີປະກາດເລື່ອນຊັ້ນໃຫ້ ນາຍຕຳຫຼວດຂັ້ນສູງຂອງ ກະຊວງ ປກສ

ພິທີປະກາດເລື່ອນຊັ້ນໃຫ້ ນາຍຕຳຫຼວດຂັ້ນສູງຂອງ ກະຊວງ ປກສ

Published on

ພິທີປະກາດເລື່ອນຊັ້ນໃຫ້ ນາຍຕຳຫຼວດຂັ້ນສູງຂອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ທີ່ກະຊວງ ປກສ, ເປັນປະທານ ແລະ ປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ ຮອງ ນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງ ປກສ, ມີຮອງລັດຖະ ມົນຕີ, ຫົວໜ້າກົມໃຫຍ່, ກອງບັນ ຊາການ, ວິທະຍາຄານ ແລະ ນາຍຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມພະນັກງານໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າ ດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນນີ້, ໄດ້ເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ຈຳນວນ 18 ສະຫາຍ ຍິງ 3 ສະຫາຍ; ມີ ພັອ ປອ ວຽງໄຊ ທໍາມະສິດ ຮອງຫົວໜ້າ ຫ້ອງການ ກົມໃຫຍ່ການເມືອງ, ພັອ ນາງ ບຸນທະວີ ພິລາວັນ ຮອງ ຫົວໜ້າຫ້ອງແມ່ຍິງ ກົມໃຫຍ່ ການເມືອງ, ພັອ ນາງ ຈັນທີ ເນົາວະລັດ ຮອງຫົວໜ້າກົມປະ ກັນສັງຄົມ ກົມໃຫຍ່ການເມືອງ, ພັອ ຫົງສາຄອນ ນໍລະວົງ ຮອງຫົວ ໜ້າກົມຕໍາຫຼວດທ່ອງທ່ຽວ ກົມ ໃຫຍ່ສັນຕິບານ, ພັອ ຄຳອຸ້ຍ ຈັນທະວີໄຊ ຮອງຫົວໜ້າກົມຕໍາ ຫຼວດທາງລົດໄຟ ກົມໃຫຍ່ຕໍາ ຫຼວດ, ພັອ ສຸລິສັກ ສິມມະໂຊໄຕ ຮອງຫົວໜ້າກົມຕໍາຫຼວດສະກັດ ກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ ຕໍາຫຼວດ, ພັອ ກັນຍາ ມິດາຄົມ ຮອງຫົວໜ້າຫ້ອງພະລາທິການ ກົມໃຫຍ່ຕໍາຫຼວດ, ພັອ ວຽງສີ ແສນດາວເຮືອງ ຮອງຫົວໜ້າກົມ ເສນາຮັກ ກົມໃຫຍ່ພະລາທິການ, ພັອ ທອງສີ ຟອງສະໝຸດ ຮອງ ຫົວໜ້າກົມຄຸ້ມຄອງເອກະສານ ຫ້ອງວ່າການກະຊວງ ປກສ, ພັອ ປາວຽນ ມີທອງ ຮອງຫົວໜ້າກົມ ບໍລິຫານ ຫ້ອງວ່າການກະຊວງ ປກສ, ພັອ ລັດສະໝີ ພິມມະສອນ ຮອງຫົວໜ້າກົມເສນາທິການ ຫ້ອງວ່າການກະຊວງ ປກສ, ພັອ ອຸ່ນເຮືອນ ອຸດົມສິດ ຫົວໜ້າພະ ແນກຄົ້ນຄວ້າວິທະຍາສາດ ກົມ ຄົ້ນຄວ້າວິທະຍາສາດ ແລະ ປະ ຫວັດສາດ, ພັອ ວິໄລສັກ ສຸດ ທິສານ ຫົວໜ້າພະແນກການ ເມືອງ ກົມ 504, ພັອ ພົງເພັດ ໄຊຍະເພັດ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພັອ ສຸນເພັງ ສິນທະວອນ ຮອງຫົວ ໜ້າກອງບັນຊາການປ້ອງກັນສູນ ກາງ, ພັອ ນາງ ແພງສອນ ວົງສຸວັນ ຫົວໜ້າສູນຂໍ້ມູນຂ່າວສານການ ສຶກສາວິທະຍາຄານສັນຕິບານ ປະ ຊາຊົນ, ພັອ ຄໍາໄພ ແສງພະອາທິດ ຫົວໜ້າຄະນະວິຊານິຕິວິທະຍາ ວິທະຍາຄານສັນຕິບານປະຊາຊົນ, ພັອ ມີໄຊ ໄຊສົງຄາມ ຫົວໜ້າຄະ ນະວິຊາສືບສວນ-ສອບສວນ ວິ ທະຍາຄານຕໍາຫຼວດປະຊາຊົນ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...