spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງຂົວລະຫວ່າງຊຽງແມນ- ຫຼວງພະບາງ

ໂຄງການກໍ່ສ້າງຂົວລະຫວ່າງຊຽງແມນ- ຫຼວງພະບາງ

Published on

ການປະຊຸມນຳສະເໜີແຜນໂຄງການກໍ່ສ້າງຂົວລະຫວ່າງຊຽງແມນ- ຫຼວງພະບາງ.

อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่มໃນວັນທີ 12 ມັງກອນ 2023 ໄດ້ຈັດກອງປະຊຸມວາງແຜນສ້າງຂົວລະຫວ່າງຊຽງແມນ-ຫຼວງພະບາງ ໂດຍມີຄະນະນຳທີ່ປຶກສາປະກອບມີ ບໍລິສັດ ເອສ ທີ ເອສ ເອັນຈິເນຍລິ່ງ ຄອນຊາວແທັ້ນ ຈຳກັດ ແລະ ບໍລິສັດ ອິນເຕີເນຊັນແນລ ເອັນຈິເນຍລິ່ງ ຄອນຊາວແທັ້ນ ຈຳກັດ ມາຮ່ວມກອງປະຊຸມ ໂດຍມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງເປັນປະທານເປີດງານ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໃນກອງປະຊຸມໄດ້ນຳສະເໜີລາຍງານລະຫວ່າງການສຶກສາພ້ອມທັງຮັບຟັງຄຳຄິດເຫັນ ການຈ້າງທີ່ປຶກສາອອກແບບລາຍລະອຽດໂຄງການກໍ່ສ້າງຂົວລະຫວ່າງຊຽງແມນ-ຫຼວງພະບາງ.

ເຊິ່ງທີ່ຕັ້ງຂອງໂຄງການແມ່ນຢູ່ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ ແລະ ອີກຝັ່ງໜຶ່ງແມ່ນຢູ່ບໍລິເວນນະຄອນຫຼວງພະບາງ ແຂວງຫຼວງພະບາງ.

อาจเป็นรูปภาพของ 7 คน, ผู้คนกำลังยืน และ สถานที่ในร่ม

ໃນນັ້ນ ຍັງລົງພື້ນທີ່ສຳຫຼວດຈຸດກໍ່ສ້າງຂົວດັ່ງກ່າວ ໃນວັນທີ 11 ມັງກອນ ທີ່ຜ່ານມາ.

อาจเป็นรูปภาพของ 7 คน, ผู้คนกำลังนั่ง และ ผู้คนกำลังยืน

อาจเป็นรูปภาพของ 16 คน, ผู้คนกำลังยืน, ภูเขา, ท้องฟ้า และ ต้นไม้

ແຫຼ່ງຂ່າວ NEDA

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...