Homeຂ່າວພາຍ​ໃນຮອງປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດ ໃໝ່ ສີທັນດອນ

ຮອງປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດ ໃໝ່ ສີທັນດອນ

Published on

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດ ໃໝ່ ສີທັນດອນ, ເມືອງໂຂງ, ໃນຕອນບ່າຍວັນທີ 17 ມັງກອນ 2023, ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳຂອງແຂວງ, ມີ ທ່ານເຈົ້າເມືອງເມືອງໂຂງ ແລະ ບັນດາ ພະແນກການກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານ ຮອງປະທານປະເທດ ແລະຄະນະ ໄດ້ຮັບຟັງການລາຍງານ ຈາກທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການໃຫຍ່ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ແຜນການດໍາເນີນການກໍ່ສ້າງໂຄງການພັດທະນາເສດຖະກິດໃໝ່ ສີທັນດອນ ເຊິ່ງໄດ້ມີການພັດທະນາ ຄຽງຄູ່ກັບການອະນຸລັກທໍາມະຊາດ ແລະ ຈັດສັນພື້ນທີ່ໃຫ້ມີຄວາມເປັນລະບຽບ ມີຄວາມກົມກືນກັບສິ່ງປຸກສ້າງ, ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນກາງປີ 2018 ມາຮອດປັດຈຸບັນ, ອັນພົ້ນເດັ່ນ ໂຄງການໄດ້ສໍາເລັດ ການກໍ່ສ້າງຊ່ວຍເຫຼືອລ້າ ເສັ້ນທາງຄອນກຼີດອ້ອມດອນໂຂງ ມີຄວາມຍາວ 43.5 ກິໂລແມັດ; ຊ່ວຍເຫຼືອລ້າ ກໍ່ສ້າງ ອາຄານຫ້ອງຮຽນຫຼັງໃໝ່ ແລະ ສະໂມສອນໂຮງຮຽນປະຖົມສົມບູນບ້ານຂີ້ນາກ; ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ ແລະ ເສັ້ນທາງພູມສັນຖານ ທີ່ສຳເລັດແລ້ວລວມທັງໝົດ1.2 ກິໂລແມັດ. ດ້ານການທ່ອງທ່ຽວ ໄດ້ເຂົ້າພັດທະນາ 2 ແຫຼ່ງທ່ອງທ່ຽວ ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແລະ ສໍາເລັດການກໍ່ສ້າງ ໂຮງແຮມ ເມສ ເວ ດອນ (ລາວ) ເຂດວິນລາ 21 ຫຼັງ ທີ່ ຕັ້ງຢູ່ແຄມແມ່ນໍ້າຂອງ ທີ່ຈະເປີດໃຫ້ບໍລິການ ໃນໄວໆນີ້.

ໂອກາດດັ່ງກ່າວ, ທ່ານ ຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະນໍາຂອງ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ພ້ອມທັງເນັ້ນໃຫ້ ບໍລິສັດ STD ສືບຕໍ່ເພີ່ມທະວີໃນການພັດທະນາພື້ນຖານໂຄງລ່າງຕາມແຜນການ ແລະ ວຽກງານທີ່ຍັງຄົງຄ້າງ ຂອງໂຄງການ ຄຽງຄູ່ກັບການການຊຸກຍູ້ສົ່ງເສີມການພັດທະນາທ້ອງຖິ່ນ, ແລະໃນມື້ດຽວກກັນ ທ່ານຮອງປະທານປະເທດ ແລະຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ດ່ານສາກົນໜອງນົກຂຽນ – ຕຣາປຽງກຣຽນ ຊາຍແດນ ລາວ-ກຳປູເຈຍ, ໂດຍມີ ຄະນະຄຸ້ມຄອງດ່ານດັ່ງກ່າວ ໃຫ້ການຕ້ອນຮັບ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...