Homeຂ່າວຕ່າງປະເທດຍີ່ປຸ່ນສັ່ງຫຼຸດລະດັບມາດຕະການຂອງພະຍາດໂຄວິດ-19 ໃຫ້ເປັນລະດັບດຽວກັນກັບໄຂ້ຫວັດໃຫຍ່

ຍີ່ປຸ່ນສັ່ງຫຼຸດລະດັບມາດຕະການຂອງພະຍາດໂຄວິດ-19 ໃຫ້ເປັນລະດັບດຽວກັນກັບໄຂ້ຫວັດໃຫຍ່

Published on

ນາຍົກລັດຖະມົນຕີຍີ່ປຸ່ນສັ່ງໃຫ້ກະຊວງສາທາລະນະສຸກຫາລືກ່ຽວກັບ ຫຼຸດລະດັບມາດຕະການຂອງພະຍາດໂຄວິດ-19 ໃຫ້ເປັນລະດັບດຽວກັນກັບໄຂ້ຫວັດໃຫຍ່.

ໃນວັນທີ 20 ມັງກອນ 2023 ທີ່ນະຄອນຫຼວງໂຕກຽວ ທ່ານ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເປີດເຜີຍວ່າ ນອກຈາກຄຳສັ່ງໃຫ້ຫຼຸດລະດັບມາດຕະການໂຄວິດແລ້ວ ລັດຖະບານຍັງຈະພິຈາລະນາທົບທວນລະບຽບການໃສ່ໜ້າກາກອະນາໄມ ແລະ ມາດຕະການປ້ອງກັນການແຜ່ລະບາດອື່ນໆ ແຕ່ຈະຍັງເປີດໂຄງການຊີດວັກຊີນຕໍ່ໄປ.

ປັດຈຸບັນ ຍີ່ປຸ່ນກຳນົດໃຫ້ໂຄວິດ ເປັນໂຣກປະເພດ 2 ເປັນມາດຕະການດຽວກັນກັບວັນນະໂຣກ-ໄຂ້ຫວັດນົກ ຈຶ່ງຕ້ອງຢູ່ພາຍໃຕ້ມາດຕະການທີ່ຄວບຄຸມເຊັ່ນ ຈຳກັດການເດີນທາງຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີປະຫວັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ອາດຈະເປີດທາງໃຫ້ຄົນຕ່າງປະເທດທີ່ຈະເຂົ້າມາປະເທດຍີ່ປຸ່ນ ໂດຍບໍ່ຕ້ອງມີຜົນກວດຫາເຊື້ອໂຄວິດ ຫຼື ຖືກກັກໂຕ ຈາກປັດຈຸບັນທີ່ຕ້ອງກັກໂຕ 7 ມື້ ສຳລັບຜູ້ຕິດເຊື້ອ ແລະ 5 ມື້ສຳລັບຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອ.

ແຫຼ່ງຂ່າວ Nikkei

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...